ຕຳຫຼວດ​ຟິລິບ​ປິນກ່າວ​ວ່າ,​ເຫດການ​ລະ​ເມີດ​ທີ່​ມາ​ນິລາ​ບໍ່​ກ່ຽວ​ພັນກັບກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ
2017-04-29 15:44:02  cri 

ຕຳຫຼວດ​ຟິລິບ​ປິນກ່າວ​ວ່າ, ​ເຫດການ​ລະ​ເມີດ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນຫຼວງ​ມາ​ນິລາ​ແຫ່ງ​ຟິລິນ​ປິນ​ໃນ​ຕອນ​ຄ່ຳ​ວັນ​ທີ 28 ​ເມສາ​ນີ້ບໍ່​ກ່ຽວ​ພັນ​ກັບກອງ​ປະຊຸມສຸດ​ຍອດ​ອາ​ຊຽນທີ່​​​ໄຂ​ຂຶ້ນ​ໃນ​ວັນ​ທີ 29 ຢູ່​ມາ​ນິລາ.

ສື່​ມວນ​ຊົນ​ຝ່າຍ​ທາງ​ການ​​ແຫ່ງ​ມາ​ນິລາ​ລາຍ​ງານ​ວ່າ, ​ໃນ​ເວລາ​ປະມານ 22 ​ໂມງ 49 ນາທີ​ວັນ​ທີ 28 ​ເມສາ​ນີ້, ຢູ່​​ບ່ອນໃກ້​ກັບ​ໂບດຄຸຍ​ອະ​ໂປທີ່​ຖະໜົນ​ກຸຍ​ຊົນ​ຂອງນະຄອນຫຼວງ​ມາ​ນິລາ​ໄດ້​ເກີດ​ເຫດການ​ລະ​ເມີດ, ​ເຮັດ​ໃຫ້ 12 ຄົນ​ບາດ​ເຈັບ.

ຫົວໜ້າກົມ​ຕຳຫຼວດ​ເຂດ​ນະຄອນຫຼວງ​ແຫ່ງ​ສຳນັກງານ​ໃຫຍ່​ຕຳ​ຫຼວງ​​ແຫ່ງ​ຟິລິບປິນ​ເຜີຍ​​ໃຫ້​ຮູ້​ວ່າ, ຜົນສຳ​ຫຼວດ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ມີ​ຄົນ​ໄດ້​ເຫັນ​ຜູ້​ຊາຍ​ສອງ​ຄົນ​ຂີ່​ລົດຈີກ​ ​ແກ​ວ່ງ​ເອົາສິ່ງ​ຂອງ​ໄປ​ສູ່​ບ່ອນ​ເກີດ​ເຫດ​ກ່ອນ​ເກີດ​ການ​ລະ​ເມີດບໍ່​ເທົ່າ​ໃດ​ວິນາ​ທີ. ສະ​ນັ້ນ, ຝ່າຍ​ທາງ​ການ​ວິ​ເຄາະ​ວ່າ, ​ເຫດການ​ລະ​ເມີດ​ເທື່ອ​ນີ້​ອາດ​ຈະ​​ແມ່ນຍ້ອນ​ແກ້ງທ້ອງ​ຖິ່ນ​​ເກີດ​ການ​ປະ​ທະ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ