ເປີດ​ນຳ​ໃຊ້​ຫ້ອງຮຽນ​ໃໝ່​​ທີ່​ຈີນຊ່ວຍ​ເຫຼືອ​ສ້າງ​ຢູ່​ເມືອງ​ມີ​ຄີ​ນາ​ປະ​ເທດ​ມຽນມາ
2017-04-30 14:50:19  cri 

ຫ້ອງ​ຮຽນ​ໃໝ່​ທີ່​ສະຖານທູດ​ຈີນ​ປະຈຳ​ມຽນມາ​ບໍລິຈາກ​ເງິນ​ກໍ່ສ້າງ​ໃຫ້​ໂຮງຮຽນ​ກຳ​ພ້າ​ສອງ​ແຫ່ງ​ຢູ່​ມີ​ຄີ​ນາ​ເມືອງ​ເອກ​ລັດກະ​ຊິນ ທາງ​ພາກ​ເໜືອ​ມຽນມາ​ໄດ້​​​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນທີ 28 ​ເມສານີ້.

ໃນພິທີເປີດນຳໃຊ້ຫ້ອງຮຽນໃໝ່ດັ່ງກ່າວ, ທ່ານຫົງລ້ຽງ ເອກອັກລັດຖະທູດຈີນປະຈຳມຽນມາກ່າວວ່າ: ບໍ່​ມີ​ສັນຕິພາບ​ກໍ​ຈະ​ບໍ່​ມີ​ການ​ພັດທະນາ, ຈີນ​ຈະ​ສືບ​ຕໍ່​​ເສີມ​ຂະຫຍາຍ​ບົດບາດ​ເກ່ຍກ່ອມ​ໃຫ້​ເຈລະຈາ​ໂດຍ​ສັນຕິ ​ໂດຍ​ພະຍາຍາມ​ຢ່າງບໍ່​ລົດ​ລະ​ເພື່ອ​ເຮັດ​ໃຫ້​ມຽນມາ​ພ້ອມ​ດ້ວຍ​ລັດ​ກະ​ຊິນ​ບັນລຸ​ສັນຕິພາບ​ຖາວອນ ທັງ​ໃຫ້​ການຊ່ວຍ​ເຫຼືອ​ຕາມ​ຄວາມ​ສາມາດ​ຂອງ​ຕົນ​ແກ່​ການ​ພັດທະນາ​​ເສດຖະກິດ-ສັງຄົມ, ການ​ສຶກສາ, ສາທາລະນະ​ສຸກ​ແລະວຽກ​ງານ​ອື່ນໆ​ຂອງ​ມຽນມາ​ແລະ​ລັດ​ກະ​ຊິນ.

ຂ່າວ​ແຈ້ງວ່າ: ສະຖານທູດ​ຈີນ​ປະຈຳ​ມຽນມາ​ໄດ້​ຕັ້ງ​ໂຄງການ​ໂຮງຮຽນ​ມິດຕ​ະພາບ​ຈີນ-ມຽນມາຂຶ້ນ, ຄາດ​ວ່າ ຮອດ​ທ້າຍ​ປີ 2017 ນີ້, ນັບ​ລວມ​ແລ້ວ​ຈະ​ເປີດ​ນຳ​ໃຊ້​ໂຮງຮຽນ 20 ກວ່າ​ຫຼັງ​ທີ່​ນອນ​ຢູ່​ໃນ​ໂຄງການ"​ໂຮງຮຽນ​ມິດຕະພາບ​ຈີນ-ມຽນມາ". ​ໂດຍ​ຖື​ເປັນ​ການ​ປະສານ​ສົມທົບ​ກັບການ​ຊ່ວຍ​ເຫຼືອ​​ເງິນ​ທຶນ​ກໍ່ສ້າງ​ໂຮ​ງຮຽນ, ສະຖານທູດ​ຈີນ​ຍັງ​ໄດ້​ສ້າງ​ຕັ້ງ​ທຶນ​ການ​ສຶກສາ​ມິດຕະພາບ​ຈີນ-ມຽນມາ​ເພື່ອ​ຊ່ວຍ​ເຫຼືອ​ນັກຮຽນ​ນັກ​ສຶກສາ​ທີ່ທຸກ​ຍາກ ທັງ​ສະໜັບສະໜູນ​ນັກຮຽນ​ເກັ່ງ​ທີ່​ຮຽນ​ຈົບ​ຈາກ​ໂຮງຮຽນ​ມິດຕ​ະພາບ​ຈີນ-ມຽນມາ​ນັ້ນ​ເດີນທາງ​ໄປ​ຄົ້ນຄວ້າ​ຮ່ຳຮຽນ​ຢູ່​ຈີນ.

1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ