ກອງ​ປະຊຸ​ມສຸດ​ຍອດ​ອາ​ຊຽນຄັ້ງ​ທີ 30 ອັດ​ລົງ​ຢູ່​ມະ​ນີລາ
2017-04-30 15:02:32  cri 
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 30 ທີ່​ດຳ​ເນີນ​ມາ​ເປັນ​ເວລາ 4 ວັນ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 29 ​ເມສາ​ນີ້​ຢູ່​ນະຄອນຫຼວງ​ມະນີ​ລາປະ​ເທດ​ຟີ​ລິບ​ປິນ.

ກອງ​ປະຊຸມ​ພາຍ​ໃນ​ຂອງ​ຜູ້ນຳ 10 ປະ​ເທດ​ສະມາຊິກ​ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ວັນດັ່ງກ່າວ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ອະນາຄົດ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ດຽວ​ກັນ​ຂອງ​ອາ​ຊຽນພ້ອມ​ດ້ວຍ​ບັນຫາ​ກ່ຽວ​ກັບ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້.

​ໂອກາດ​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຜູ້ນຳ​ປະ​ເທດ​ອາ​ຊຽນ​ໃນ​ວັນ​ທີ 29 ​ເມສາ​ນີ້, ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນ ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນ​ໄດ້​ເນັ້ນ​ເຖິງ​ຮູບ​ແບບ​ອາ​ຊຽນທີ່​ມີ​ເອກະ​ລັກສະ​ເພາະ​ຕົວ​ຂອງ​ອາ​ຊຽນ​ໂດຍ​ຢືນຢັນ​ວ່າ ​ໃນ​ຂະ​ບວນການ​​​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ດຽວ​ກັນ, ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນຍັງ​ຄວນ​ເຄົາລົບ​ເຊິ່ງກັນ​ແລະ​ກັນ​ຕໍ່​ເອກະລາດ,ອະທິປະ​ໄຕ​,ສະ​ເໝີ​ພາບ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ທ່ານ​ດູ​ເຕີ​ເຕຍັງ​ຢືນຢັນ​ຕື່ມ​ວ່າ ສາຍ​ພົວພັນ​ຄູ່​ເຈລະຈາ​ລະຫວ່າງ​ອາ​ຊຽນກັບປະ​ເທດ​ຄູ່​ເຈລະຈາ​ທີ່​ສ້າງຂຶ້ນ​ພາຍ​ໃຕ້​ເງື່ອນ​ໄຂ​ເຄົາລົບ​​ເຊິ່ງກັນ​ແລະ​ກັນ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ຕ່າງ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ​ນັ້ນ​ຈະ​ນຳ​ເອົາ​ຜົນສຳ​ເລັດ​ທີ່​ມີ​ປະສິດທິ​ຜົນ​ແລະ​ມີລັກສະນະ​ສ້າງ​ສັນ​ມາສູ່​ບັນດາ​ຝ່າຍ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ຢູ່​ມະນີ​ລາ​ແຕ່​ວັນ​ທີ 26-29 ​ເມສາ​ນີ້​ໂດຍ​ໄດ້​ເຈາະ​ຈົງ​ຫາລື 6 ຫົວ​ຂໍ້​ຄື ສ້າງ​ອາ​ຊຽນທີ່​ຖື​ຄົນ​ເປັນ​ຫຼັກ; ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ, ຄວາມໝັ້ນຄົງ​ແລະ​ການ​ຮ່ວມ​ມື​ທາງ​ທະ​ເລ; ການ​ປະດິດ​ສ້າງ​ແລະ​ການ​ເຕີບ​ໂຕ​ແບບ​ກວມ​ລວມ; ​ເສີມ​ສ້າງ​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ອາ​ຊຽນ; ລັກສະນະ​ໂຕ​ແບບ​ຂອງ​ອາ​ຊຽນ​ໃນ​ຖານະ​​ເປັນກຳລັງ​ເຂດ​ແຄວ້ນ​ແລະທົ່ວໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ