ຖະ​ແຫຼ​ງການ​ປະທານກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນລະບຸ​ວ່າ​ກຳລັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້
2017-04-30 15:03:24  cri 
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 30 ທີ່​ອັດ​ລົງ​ໃນ​ວັນ​ທີ 29 ​ເມສາ​ນີ້​ຢູ່​ນະຄອນຫຼວງ​ມະນີ​ລາ​ປະ​ເທດ​ຟີ​ລິບປິນ​ໄດ້​ອອກ​ຖະ​ແຫຼ​ງການປະທານ​ເຊິ່ງບາງ​ຕອນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້​ເນັ້ນ​ວ່າ​ອາ​ຊຽນກຳລັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ບັນຫາ​ນີ້.

ຖະ​ແຫຼ​ງການ​ລະບຸ​ວ່າ: ຜູ້ນຳ​ປະ​ເທດ​ສະມາຊິກ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳຄັນ​ແຫ່ງ​ການ​ຮັກສາ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນຄົງ​ພ້ອມ​ດ້ວຍ​ສິດ​​ເສລີພາບ​​ໃນການ​ເດີນ​ເຮືອ​ແລະ​ການບິນ​ຂ້າມ​ນ່ານຟ້າ​ຢູ່​ທະ​ເລ​ຈີນ​ໃຕ້.

ຖະ​ແຫຼ​ງການ​ຍັງ​ລະບຸ​ວ່າ: ​ໄດ້​​ເອົາ​ໃຈ​ໃສ່​ຜູ້ນຳ​ບາງ​ປະ​ເທດ​ທີ່​ສະ​ແດງ​ຄວາມ​​ເປັນ​ຫ່ວງ​ຕໍ່​ການ​ຂະຫຍາຍຕົວ​ຂອງ​ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ​ໄລຍະ​ນີ້ ທັງ​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳຄັນ​ໃນການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ກັນ​ແລະ​ຄວາມ​ໝັ້ນ​ໃຈ, ຮັກສາ​ຄວາມ​ອົດທົນ​ດ້ວຍ​ຕົນ​ເອງ​ໃນ​ການ​ເຄື່ອນ​ໄຫວ​ເພື່ອ​ຫຼີກ​ເວັ້ນບໍ່​​ໃຫ້​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ເຮັດ​ໃຫ້​ສະຖານະ​ການ​ສັບສົນ​ຂຶ້ນ​ຕື່ມ, ທັງ​ສຸມ​ໃສ່​ການ​ພະຍາຍາມ​​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ໂດຍ​ສັນຕິ ​ແລະ​ບໍ່​ໃຊ້​ກຳລັງອາວຸດ​ຫຼື​ຂົ່ມຂູ່​ວ່າຈະ​ໃຊ້​ກຳລັງ​ອາວຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ