ຜູ້ນຳ​ພັກ​ອິສລາມ​ອາ​ຟກາ​ນີສະຖານ​ຮຽກຮ້ອງ​ໃຫ້​ກຸ່ມ​ປະ​ກອບ​ອາວຸດ​ຕ້ານ​ລັດ​ຖະບານ​ເຂົ້າ​ຮ່ວມ​ຂະ​ບວນວິວັດ​ສັນຕິພາບ
2017-04-30 14:54:03  cri 

​ໃນ​ງານ​ຊຸມນຸມ​ທີ່​ຈັດ​ຂຶ້ນ​ຢູ່​​ແຂວງ​ລາ​ເຮີ​ມານ ທາງ​ພາກ​ຕາ​ເວ​ອອກຂອງ​ອາ​ຟກາ​ນີສະຖານ​ໃນ​ວັນ​ທີ 29 ​ເມສາ​ນີ້ ທ່ານ​ກຸນ​ບຸດ​ດິນ ​ເຮັກ​ມາ​ເທຍ ຜູ້ນຳ​ພັກ​ອິສລາມທີ່​ເປັນ​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ອາ​ຟກາ​ນີສະຖານ​ກ່າວ​ວ່າ, ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ຄວນ​ເຂົ້າ​ຮ່ວມ​ຂະ​ບວນວິວັດ​ສັນຕິພາບ​ແຫ່ງ​ຊາດ.

ນີ້​ແມ່ນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເຮັກ​ມາ​ເທຍພາຍຫລັງ​ໄດ້​ສິ້ນ​ສຸດ​ການ​ຢູ່​ຕ່າງປະ​ເທດ​ເປັນ​ເວລາ​ເກືອບ 20 ປີ ​ແລະ​ກັບ​ຄືນ​ປະ​ເທດ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.

ທ່ານ​ກ່າວ​ວ່າ, ກຳລັງ​ພາຍ​ນອກ​ບໍ່​ສາມາດ​ນຳ​ເອົາ​ສັນຕິພາບ​ມາ​ໃຫ້​ອາ​ຟກາ​ນີສະຖານ​ໄດ້, ຍິ່ງ​ບໍ່​ມີ​ສິດ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ອາ​ຟກາ​ນີສະຖານ, ​ອາ​ຟກາ​ນີສະຖານ​ຄວນ​ຖອດ​ຖອນ​ບົດຮຽນ​ຈາກ​ປະຫວັດສາດ, ການ​ກໍ່​ສົງຄາມ​ຂຶ້ນ ຫຼື​ສູ້​ຮົບ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ບໍ່​ແມ່ນ​ການ​ເລືອກ​ພຽງ​ອັນ​ດຽວ​ທໍ່​ນັ້ນ, ​ໃນ​ໄລຍະ​ປັດຈຸບັນ  ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ໃຫ້​ປຸກ​ປັ່ນ​ອິດ​ທິກຳລັງ​ທຸກ​ຝ່າຍ​ພາຍ​ໃນ​ທົ່ວ​ປະ​ເທດເກີດ​ການ​ສູ້​ຮົບ​ກັນ​ຢ່າງ​ໃຫຍ່.ທ່ານ​ເຮັກ​ມາ​ເທຍ​ໄດ້​ຕິຕຽນ​ເຫດການ​ຫຼອນ​ໂຈມ​ຕີ​ຖານ​ທັບ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ມາ​ຈາຣີຊາຣີຟ​ໃນ​ຫວ່າງ​ມໍ່ໆ​ນີ້. ທ່ານ​ກ່າວ​ວ່າ, ຕາ​ລີບ​ານບຸກ​ໂຈມ​ຕີ​ເປົ້າໝາຍ​ຂອງ​ລັດຖະບານ​ບໍ່​ມີ​ຄວາມ​ໝາຍ​ຈັກຢ່າງ, ​ທ່ານ​ຮຽກຮ້ອງ​ໃຫ້​ອົງການ​ຕາ​ລີ​ບານ​ຈົ່ງ​ແກ້​ໄຂ​ວິ​ກິດ​ການ​ໂດຍ​ທາງ​ການ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ