ຈີນກັບ​ທົ່ວ​ໂລກ​ຮ່ວມ​ກັນ​ຕ້ານ​ຄວາ​ມທຸກ​ຍາກ
2017-04-30 14:56:28  cri 

ວັນ​ທີ 28 ​ເມສາ​ນີ້ ​ໄດ້​ຈັດ​ງານ​ສຳ​ມະ​ນາ​ຄູ່​ຮ່ວມ​ການ​ບຳບັດ​ຄວາມທຸກ​ຍາກ​ທົ່ວ​ໂລກ​ຢູ່​ທີ່​ກະຊວງ​ການ​ຕ່າງປະ​ເທດ​ອີ​ຕາ​ລີ ​ໂດຍ​ຜູ້​ຮ່ວມ​ງານ​ສຳ​ມະ​ນາ​ດັ່ງກ່າວ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ບົດຮຽນ​ສຳ​ເລັດ​ຜົນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ການ​ບຳບັດ​ຄວາມທຸກ​ຍາກ, ພ້ອມ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ລັດຖະບານ ຜູ້​ວາງ​ນະ​ໂຍບາຍ ​ແລະ​ຜູ້​ປະຕິບັດ​ງານ​ກ່ຽວ​ກັບ​ການ​ບຳບັດ​ຄວາມທຸກ​ຍາ​ກນັ້ນ​ກຳລັງ​ປະ​ເຊີນ​ໜ້າ, ທັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບົດຮຽນ​ບຳບັດ​ຄວາມທຸກ​ຍາກ​ຂອງ​ຈີນ.

ຜູ້​ຮ່ວມ​ປະຊຸມ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ​ໃນ 30 ປີ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ເສດຖະກິດ​ສືບ​ຕໍ່​ເຕີບ​ໂຕ​ຂຶ້ນ​ ຈຳນວນ​ປະຊາກອນ​ຜູ້​ທຸກ​ຍາກ​ໃນ​ທົ່ວ​ໂລກ​ຄ່ອຍໆ​ຫຼຸດ​ໜ້ອຍ​ລົງ​ກໍ່ຕາມ, ​ແຕ່​ມາ​ຮອດ​ປັດຈຸບັນ ທົ່ວ​ໂລກ​ຍັງ​ມີ 800 ລ້ານ​ກວ່າ​ຄົນ​ດຳລົງ​ຊີວິດ​ຢູ່​ໃນ​ສະພາບ​ການ​ທີ່​ທຸກ​ຍາກ​ທີ່​ສຸດ, ​ເຮັດ​ໃຫ້ວຽກ​ງານ​ບຳບັດ​ຄວາມທຸກ​ຍາກ​ຂອງ​ທົ່ວ​ໂລກ​ຍັງ​ປະສົບ​ກັບ​ຄວາມຍາກ​ລຳ​ບາດ​ຫຼາຍ.

ຈີນ​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ບັນລຸ​ເປົ້າ​ໝາຍ​ພັດທະນາ​ສະຫະ​ສະວັດ​ທີ່​ຫຼຸດຈຳນວນ​ຜູ້​ທຸກ​ຍາກ​ໃຫ້​ລົງ​​ເຄິ່ງໜຶ່ງ ​ເຊິ່ງ​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ວິຊາ​ການ​ຂອງ​ກອງ​ທຶນ​ພັດທະນາ​ກະສິກຳສາກົນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ຮູບ​ການ​ບຳບັດ​ຄວາມທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ຜົນ​ທີ່​ດີ ​ແລະ​ມີ​ສະມັດ​ຕະພາບ​ສູງ,​ໄດ້​ຮັບ​ການ​ຍອມຮັບ​ຈາກ​ທົ່ວ​ໂລກ. ພຶດຕິ​ກຳ​ສຳ​ເລັດ​ຜົນ​ຂອງ​ຈີນ​ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດ​ຕໍ່​ການ​ຊຸກຍູ້ວຽກງານ​ບຳບັດ​ຄວາມທຸກ​ຍາກ​ຂອງ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ