ຈີນກັບທົ່ວໂລກຮ່ວມກັນຕ້ານຄວາມທຸກຍາກ
2017-04-30 14:56:47 cri
ວັນທີ 28 ເມສານີ້ ໄດ້ຈັດງານສຳມະນາຄູ່ຮ່ວມການບຳບັດຄວາມທຸກຍາກທົ່ວໂລກຢູ່ທີ່ກະຊວງການຕ່າງປະເທດອີຕາລີ ໂດຍຜູ້ຮ່ວມງານສຳມະນາດັ່ງກ່າວໄດ້ຫາລືກັນກ່ຽວກັບບົດຮຽນສຳເລັດຜົນຂອງປະເທດຕ່າງໆໃນການບຳບັດຄວາມທຸກຍາກ, ພ້ອມກັບສິ່ງທ້າທາຍຕ່າງໆທີ່ລັດຖະບານ ຜູ້ວາງນະໂຍບາຍ ແລະຜູ້ປະຕິບັດງານກ່ຽວກັບການບຳບັດຄວາມທຸກຍາກນັ້ນກຳລັງປະເຊີນໜ້າ, ທັງໄດ້ສະແດງຄວາມຊົມເຊີຍຕໍ່ບົດຮຽນບຳບັດຄວາມທຸກຍາກຂອງຈີນ.
ຜູ້ຮ່ວມປະຊຸມເຫັນໂດຍທົ່ວໄປວ່າ, ໃນ 30 ປີທີ່ຜ່ານມາ, ເຖິງວ່າເສດຖະກິດສືບຕໍ່ເຕີບໂຕຂຶ້ນ ຈຳນວນປະຊາກອນຜູ້ທຸກຍາກໃນທົ່ວໂລກຄ່ອຍໆຫຼຸດໜ້ອຍລົງກໍ່ຕາມ, ແຕ່ມາຮອດປັດຈຸບັນ ທົ່ວໂລກຍັງມີ 800 ລ້ານກວ່າຄົນດຳລົງຊີວິດຢູ່ໃນສະພາບການທີ່ທຸກຍາກທີ່ສຸດ, ເຮັດໃຫ້ວຽກງານບຳບັດຄວາມທຸກຍາກຂອງທົ່ວໂລກຍັງປະສົບກັບຄວາມຍາກລຳບາດຫຼາຍ.
ຈີນແມ່ນປະເທດທີ່ພວມພັດທະນາປະເທດທຳອິດທີ່ໄດ້ບັນລຸເປົ້າໝາຍພັດທະນາສະຫະສະວັດທີ່ຫຼຸດຈຳນວນຜູ້ທຸກຍາກໃຫ້ລົງເຄິ່ງໜຶ່ງ ເຊິ່ງໃນເວລາປະກອບຄຳຄິດຄຳເຫັນ, ວິຊາການຂອງກອງທຶນພັດທະນາກະສິກຳສາກົນຂອງອົງການສະຫະປະຊາຊາດກ່າວວ່າ, ຮູບການບຳບັດຄວາມທຸກຍາກຂອງຈີນໄດ້ຮັບຜົນທີ່ດີ ແລະມີສະມັດຕະພາບສູງ,ໄດ້ຮັບການຍອມຮັບຈາກທົ່ວໂລກ. ພຶດຕິກຳສຳເລັດຜົນຂອງຈີນມີຄວາມໝາຍສຳຄັນທີ່ສຸດຕໍ່ການຊຸກຍູ້ວຽກງານບຳບັດຄວາມທຸກຍາກຂອງທົ່ວໂລກ.