ເຊ​ອູ​ນ​ຈັດ​ງານຊຸມນຸມ​ແສງ​ທຽນ​​ເພື່ອ​ຕ້ານ"ລະບົບ​ດາດ"
2017-04-30 14:52:48  cri 

ວັນ​ທີ 29 ​ເມສາ​ນີ້, ປະຊາຊົນ​ສ.​ເກົາຫຼີ​​ໄດ້ຈັດ​ງານ​ຊຸມນຸມ​ແສງ​ທຽນຢູ່​ສະໜາມ​ຫຼວງ​ກວາງ​ຮວາມູນ​ທີ່ນະຄອນຫຼວງ​ເຊ​ອູ​ນ​ເພື່ອ​ຕ້ານ​ການຈັດ​ຕັ້ງ "ລະບົບ​ດາດ" ​ແລະ ຮຽກຮ້ອງ​ໃຫ້​ລົບ​ລ້າງ​ສະພາບ​ການ​ຫຍໍ້​ທໍ້​ທາງ​ການ​ເມືອງ​ຕ່າງໆ.

ຜູ້​ຈັດ​ງານ​ຊຸມນຸມ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ, ຕອນ​ຄ່ຳ​ມື້​ດຽວ​ກັນມີປະຊາຊົນ 5 ໝື່ນ​ຄົນ​​ໄດ້​ເຂົ້າ​ຮ່ວມ​ການໂຮມ​ຊຸມ​ນຸມ ລວມທັງ​ປະຊາຊົນ 100 ຄົນ​ທີ່​ມາ​ຈາກ​​ເມືອງ​ເຊ​ງຈູ ​ແຂວງ​ຊີງ​ຊາ​ເໜືອ​ທີ່ເປັນ​ບ່ອນ​ຈັດ​ຕັ້ງ "ລະບົບດາ​ດ". ຜູ້​ຊຸມນຸມ​ໄດ້​ຈັບ​ເອົາ​ທຽນ​, ຮ້ອງ​ຄຳ​ຂວັນທີ່​ວ່າ "ຖອນດາ​ດອອກ​ໄປ", "ສົ່ງສັນຕິພາບ​​ໃຫ້ຄືນ"… ຢູ່​ທີ່​ສະໜາມ​ຫຼວງ​ຍັງ​ຕິດມີປ້າຍ​ຄຳ​ຂວັນ​ທີ່ຂຽນຄຳວ່າ, ດາດ​ທີ່​ຜິດ​ກົດໝາຍ​​ເປັນ​ໂມຄະ, ຖອນ​ດາດ​ທີ່​ກະທົບ​ສັນຕິພາບ​ອອກໄປໃນທັນທີ​ເປັນ​ຕົ້ນ​.

ແຈ້ງວ່າ, ຜູ້​ຈັດ​ງານ​ຊຸມ​ນຸມ​​ເທື່ອ​ນີ້​​ມີ​ແຜນ​ຈະຈັດ​​ງານຊຸມນຸມແສງທຽນຢູ່ເມືອງເຊງຈູ ກ່ອນ​ແລະ​ຫຼັງ​ວັນ​ທີ 9 ພຶດສະພາ​ທີ່​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ​ສ.​ເກົາຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ