27ປະ​ເທດ​ສະຫະພາບ​ເອີ​ລົບຕົກລົງ​ທິດ​ທາງ​ຊີ້​ນຳ​ການ​ເຈລະຈາ​ກ່ຽວ​ກັບ​ອັງກິດຖອນ​ອອກ​ຈາກ​ສະຫະພາບ​ເອີ​ລົບ
2017-04-30 14:57:10  cri 

ວັນ​ທີ 29 ​ເມສາ​ນີ້, ສະຫະພາບ​ເອີ​ລົບ​​ໄດ້​ຈັດ​ກອງ​ປະຊຸມ​ຜູ້ນຳ 27 ປະ​ເທດທີ່ ນອກຈາກ​ອັງກິດ ​ເພື່ອ​ຫາລືບັນຫາ​ເຈລະຈາ​ກ່ຽວ​ກັບ​​ອັງກິດ​ຖອນອອກ​ຈາກ​ສະຫະພາບ​ເອລົບ. ​ໃນກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ຈາກ​ກອງ​ປະຊຸມ, ທ່ານ​ໂດ​ນາດ ດູ​ສ​​ໂກ ປະທານ​ສະພາ​ມົນຕີ​ເອີ​ລົບກ່າວ​ວ່າ, 27 ປະ​ເທດ​ສະຫະພາບ​ເອີ​ລົບ​ໄດ້​ເປັນ​ເອກະ​ພາບກັນ​ໃນ​ດ້ານທິດ​ທາງ​ຊີ້​ນຳ​ການ​ເຈລະຈາ​ກ່ຽວ​ກັບ​ອັງກິດຖອນ​ອອກ​ຈາກ​ສະຫະພາບ​ເອີ​ລົບ.

ທ່ານ​ດູ​ສ​ໂກ​ກ່າວ​ວ່າ, ສະຫະພາບ​ເອີ​ລົບ​ຈະ​ຈັດການ​ເຈລະຈາ​ໂດຍ​ແບ່ງ​ເປັນ​ຂັ້ນ​ຕອນ, ນີ້​ໝາຍ​ຄວາມ​ວ່າ, ກ່ອນ​ຫາລື​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສະຫະພາບ​​ເອີ​ລົບ ກັບ ອັງກິດ​ໃນ​ອະນາຄົດ, ທັງສອງ​ຝ່າຍ​ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສິດທິ​ຂອງ​ປະຊາຊົນ, ການ​ເງິນ ,ຊາຍ​ແດນ​ ​ແລະ ບັນຫາ​ອື່ນ​ກ່ອນ.

ອີງ​ຕາມ​ເອກະສານ​ທີ່​ສະຫະພາບ​ເອີ​ລົບປະກາດ​ນັ້ນ, ທິດ​ທາງ​ຊີ້​ນຳ​ໄດ້​ຕົກລົງ​ຂອບ, ຫຼັກ​ໝັ້ນ ​ແລະ ຫຼັກການ​ຂອງ​ສະຫະພາບ​​ເອີ​ລົບທີ່​ດຳ​ເນີນ​ການ​ເຈລະຈາ ກັບ ​ອັງກິດ​ກ່ຽວ​ກັບ "ລາ​ອອກ​ຈາກ​ສະຫະພາບ​ເອີ​ລົບ". ນອກຈາກ​ນັ້ນ, ທິດ​ທາງ​ຊີ້​ນຳຍັງ​ກ່າວ​ເນັ້ນ​ເຖິງ​ຫຼັກການ​​​ໃຈກາງຕ່າງໆ ​ເຊັ່ນ,ການຮັກສາ​ຕະຫຼາດ​ຝ່າຍ​ດຽວ​ໃຫ້​ມີ​ຄວາມ​ຄົບ​ຖ້ວນ ​ພ້ອມ​ທັງ​ປະ​ເທດສະ​ມາ​ຊິກ​ມີ​ຫຼັກ​ໝັ້ນ​ເຈລະຈາ​ທີ່​ເປັນ​ເອກະ​ພາບ​ກັນ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ