ອິນ​ໂດ​ເນ​ເຊຍ​ເປັນ​ຫ່ວງ​ຜູ້​ປະກອບ​ອາວຸດ​ປະ​ເທດ​ຕົນ​ກັບກຸ່ມປະກອບ​ອາວຸດ​ພາກ​ໃຕ້​ຟີ​ລິບ​ປິນຮ່ວມ​ມື​ແໜ້ນ​​ແຟ້ນຂຶ້ນ
2017-05-01 15:51:42  cri 
​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນ​ໄດ້​ພົບ​ໜັງສື​ຜ່ານ​ແດນ​ອິນ​ໂດ​ເນ​ເຊຍ​​ຫົວ​ໜຶ່ງ​ຂະນະ​ທີ່​ຫຼອນ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ກຸ່ມ​ກໍ່​ກາ​ນຮ້າຍ​ທີ່​ພາກ​ໃຕ້​ຟີ​ລິບ​ປິນ​ໃນ​ອາທິດ​ຜ່ານ​ມາ ​ເຊິ່ງ​ເຮັດ​ໃຫ້ລັດຖະບານ​ສອງ​ປະ​ເທດ​ນີ້​ຈິ່ງ​ເປັນ​ຫ່ວງວ່າ​ກຸ່ມ​ປະກອບ​ອາວຸດ​ອິນ​ໂດ​ເນ​ເຊຍ​ແລະ​ກຸ່ມ​ອາ​ບູຊາ​ເຢັຟ (Abu Sayyaf)ພາກ​ໃຕ້​ຟີ​ລິບ​ປິ​ນອາດ​ຈະ​ຮ່ວມ​ມືນັບ​ມື້​ແໜ້ນ​ແຟ້ນຂຶ້ນ.

ທ່ານຮາ​ມີ​ດິງ ຫົວໜ້າ​ກົມ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​​ໃຫ້​ຮູ້​ວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ກຸ່ມ​ຫົວ​ຮຸນ​ແຮງIS​ໄດ້​ຮຽກ​ໂຮມ​ຜູ້​ປະກອບ​ອາວຸດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຟຶກຊ້ອມ​ການ​ກໍ່​ການ​ຮ້າຍ​ຢູ່​ພາກ​ໃຕ້​ຟີ​ລິບ​ປິນ. ນອກຈາກ​ອິນ​ໂດ​ເນ​ເຊຍ​ແລ້ວ, ຍັງ​ມີ​ຜູ້​ປະກອບ​ອາວຸດ​ຈາກ​ມາ​ເລ​ເຊຍ, ບັງ​ກະລາ​ເດັດ​ແລະ​ປະ​ເທດ​ອື່ນໆ​ໃນອາຊີ​ຕາ​ເວັນອອກສຽງ​ໃຕ້ກໍ​ລ້ວນ​ແຕ່​ໄດ້​ໂຮມ​ສູນ​ຝຶກ​ຊ້ອມ​ຢູ່​ແຫ່ງ​ນັ້ນ​ເຊັ່ນ​ກັນ.
 ທ່ານ​ຮາ​ມີ​ດິງກ່າວ​ວ່າ: ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ບໍ່​ສາມາດຮັບ​ຮູ້ຈຳນວນ​​ແນ່ນອນຂອງຜູ້​ປະກອບ​ອາວຸດເຫຼົ່າ​ນີ້ ​ເພາະວ່າ​ເຂົາ​ເຈົ້າ​ລ້ວນ​ແຕ່​ໄດ້​​ເລັດ​ລອດ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດໝາຍ ​ແລະ​ເນື່ອງ​ຈາກ​ນະ​ໂຍບາຍ​ຍົກ​ເວັ້ນວິຊາ, ຜູ້​ປະກອບ​ອາວຸດ​ສາມາດ​ເຂົ້າ​ອອກ​ຟີ​ລິບ​ປິນ​​ໄດ້ຢ່າງ​ເສລີ.

​ໂຄສົກ​ກົມ​ກວດກາ​ຄົນ​ເຂົ້າ​ເມືອງ​ອິນ​ໂດ​ເນ​ເຊຍ​ຊີ້​ໃຫ້​ເຫັນ​ວ່າ: ​ເນື່ອງ​ຈາກ​ຂາດ​ແຄນ​ກຳລັງ​ປ້ອງ​ກັນ​ເຂດ​ທະ​ເລ​ຊູ​ລາ​ເວ​ຊີ​ເໜືອ(Sulawesi)ອິນ​ໂດ​ເນ​ເຊຍ​ທີ່​ໃກ້​ກັບ​ເຂດ​ຊາຍ​ແດນ​ຟີ​ລິບ​ປິນ​ເປັນ​​ໄລຍະ​ຍາວ​ນານ​ມາ​ນີ້, ສະ​ນັ້ນ, ຫຼາຍ​ປີຜ່ານມາ, ກຸ່ມ​ປະກອບ​ອາວຸດ​ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນຈິ່ງ​ນຳ​ໃຊ້​ທາ​ງທະ​ເລ​ເຂົ້າ​ອອກ​ສອງ​ປະ​ເທດ​ນີ້​ມາ​ໂດຍ​ຕະຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ