ມາ​ເລ​ເຊຍ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ​ບໍ່​ໃຫ້​ກຸ່ມ​ອາ​ບູຊາ​ເຢັຟ​ເຂົ້າປະ​ເທດ​ຕົນ
2017-05-01 15:58:03  cri 
ທ່ານ​ຮິ​ຊາ​ມູດິນ ຮູ​​ໄຊ​ອິນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ​ຢືນຢັນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ວ່າ​: ຫຼັງ​ຫົວໜ້າ​ຜູ້​ສຳຄັນຂອງ​ກຸ່ມ​ອາ​ບູຊາ​ເຢັຟພາກ​ໃຕ້​ຟີ​ລິບ​ປິນຖືກ​ຍິງ​ສັງຫານ, ມາ​ເລ​ເຊຍ​ຈະ​ເພີ່ມ​ທະວີ​ການ​ປ້ອງກັນ​ທາງ​ທະ​ເລ​ໂດຍ​ສະ​ເພາະ​ເຂດ​ທະ​ເລ​ລັດ​ຊາ​ບາ​ຢ່າງ​​ແໜ້ນ ​ເພື່ອ​ບໍ່​ໃຫ້ຜູ້​ປະກອບ​ອາວຸດ​ອາ​ບູຊາ​ເຢັຟ​ເຂົ້າປະ​ເທດ​ມາ​ເລ​ເຊຍ.

ຕາມ​ສື່​ມວນ​ຊົນ​ລາຍ​ງານ​ວ່າ: ທ້າວ ອານ​ຮັບ​ຊີ ​ຫົວໜ້າ​ຜູ້​ສຳຄັນ​ຂອງກຸ່ມ​ປະກອບ​ອາວຸດ​ອາ​ບູຊາ​ເຢັຟຖືກ​ກອງ​ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ​ຟີ​ລິບ​ປິນຍິງ​ສັງຫານ​ໃນ​ການ​ຍິງ​ປະ​ທະ​ກັນ​ຄັ້ງ​ໜຶ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ອິນ​ດາ​ນານເມືອງ​ໂຈ​ໂລ​ໃນ​ຄືນ​ວັນ​ສຸກ​ຜ່ານ​ມາ.

ທ່ານ​ຮິ​ຊາ​ມູດິນ​ຢືນຢັນ​ໃນກິດຈະກຳ​ເປີດ​ເຜີຍ​ຄັ້ງ​ໜຶ່ງ​ໃນ​ວັນ​ທີ 30 ​ເມສາ​ຜ່ານ​ມາ​ວ່າ: ການ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ຂອງ​ເຂດ​ທະ​ເລ​ຊາຍ​ແດນ​ແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກຳລັງ​ເສດ​ເຫຼືອ​ຂອງ​ກຸ່ມ​ອາ​ບູຊາ​ເຢັຟ​ເລັດ​ລອດ​ເຂົ້າ​ມາ​ເລ​ເຊຍ​ຍ້ອນ​ສູ້​ບໍ່​ໄຫວ​ຕໍ່​ການ​ປາບປາມ​ຂອງ​ກອງທັບ​ຟີ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ