ທ່ານ​ທຣຳສັ່ງ​ໃຫ້​ສ້າງ​ຕັ້ງ​ຫ້ອງການ​ນະ​ໂຍບາຍ​ການ​ຄ້າ​ແລະ​ຂະ​ແໜງ​ການ​ຜະລິດ​ຂອງ​ທຳນຽບຂາວ
2017-05-01 16:04:58  cri 
ວັນ​ທີ 29 ​ເມສາ​ຜ່ານ​ມາ, ທ່ານ​ໂດ​ນັນທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ​ດຳ​ລັດ​ການ​ຄ້າ​ສອງ​ສະບັບ​ໂດຍ​ຕົກລົງ​ສ້າງ​ຕັ້ງ​ຫ້ອງການ​ນະ​ໂຍບາຍ​ການ​ຄ້າ​ແລະ​ຂະ​ແໜງ​ການ​ຜະລິດ​ຂອງ​ທຳນຽບຂາວ ທັງ​ພິຈາລະນາ​ຢ່າງຮອບດ້ານ​ຕໍ່​ສັນຍາ​ການ​ຄ້າ​ທັງ​ໝົດ​ຂອງ​ອາ​ເມ​ລິ​ກາທີ່​ມີ​ຢູ່​ໃນ​ປັດຈຸບັນ.

ຕາມ​ດຳ​ລັດ​ດັ່ງກ່າວ, ຫ້ອງການ​ນະ​ໂຍບາຍ​ການ​ຄ້າ​ແລະ​ຂະ​ແໜງ​ການ​ຜະລິດ​ທຳນຽບຂາວ​ມີໜ້າ​ທີ່​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍດ​ຂອງ​ກຳມະກອນ​ແລະຜູ້​ປະກອບການ​ຜະລິດ​ຂອງ​ອາ​ເມ​ລິ​ກາ ທັງ​​ໃຫ້​ຂໍ້​ສະ​ເໜີ​​ແກ່​ປະທານາທິບໍດີ​ໃນ​ການ​ສ້າງ​ນະ​ໂຍບາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ,ຫຼຸດຜ່ອນ​ການ​ເສຍປຽບ​ດຸນ​ການ​ຄ້າ, ​ເສີມ​ຂະຫຍາຍ​ພື້ນຖານ​ຂະ​ແໜງ​ການ​ຜະລິດ​ແລະ​ຂະ​ແ​ໜງການ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ.

ທຳນຽບຂາວ​ອາ​ເມ​ລິ​ກາ​ຢືນຢັນ​ວ່າ: ຫ້ອງການ​ດັ່ງກ່າວ​ຈະ​ກາຍ​ເປັນ​ຜູ້​ຕິດ​ຕໍ່​ລະຫວ່າງ​ທຳນຽບຂາວ​ກັບ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ທັງ​ຮັບ​ພາລະ​ໜ້າ​ທີ່​ປະຕິບັດ​ໂຄງການ​ພິ​ເສດ​ກ່ຽວ​ກັບ​ການ​ຄ້າ​ຕາມ​ຄວາມ​ຮຽກຮ້ອງ​ຈາກ​ປະທານາທິບໍດີ. ນອກ​ນີ້, ຫ້ອງການ​ດັ່ງກ່າວ​ຍັງ​ຈະ​ຊ່ວຍ​ປັບປຸງ​ນະ​ໂຍບາຍ​ການຈັດ​ຊື້​ແລະ​ການ​ຮັບ​ສະໝັກພາຍ​ໃນ​ປະ​ເທດ​ຂອງ​ພາກສ່ວນ​ບໍລິຫານ​ໃຫ້​ສົມບູນ​ຂຶ້ນ ​ເຊິ່ງລວມທັງ​ຈັດ​ຕັ້ງ​ປະຕິບັດ​ດຳລັດ​ວ່າ​ດ້ວຍ​ການ​ຊື້​ສິນຄ້າ​ອາ​ເມ​ລິ​ກາ​ແລະ​ການ​ຮັບຈ້າງ​ຄົນ​ອາ​ເມ​ລິ​ກາ​ທີ່​ທ່ານ​ທຣຳ​ໄດ້​ລົງ​ນາມ​ໃນ​ຫວ່າງ​ມໍ່ໆ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ