ກອງ​ກຳ​ປັ່ນ​ທະຫານ​ເຮືອ​ຈີນ​ເດີນທາງ​​ຢ້ຽມຢາມ​ຟິລິບ​ປິນຢ່າງ​ສັນຖະວະ​ໄມຕີ
2017-05-01 16:27:47  cri 


(ກອງ​ກຳ​ປັ່ນ​ທະຫານ​ເຮືອ​ຈີນ​ເດີນທາງ​​ຢ້ຽມຢາມ​ຟິລິບ​ປິນຢ່າງ​ສັນຖະວະ​ໄມຕີ)


ວັນ​ທີ 30 ​ເມສາ​ແລ້ວ​ນີ້ ກອງ​ກຳ​ປັ່ນ​ທະຫານ​ເຮືອ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ເມືອງ​ດາ​ໂວ ທາງ​ພາກ​ໃຕ້ຂອງ​ຟິລິບ​ປິນ​ເພື່ອ​ຢ້ຽມຢາມ​ຢ່າງ​ສັນ​ຖະວະ​ໄມຕີ ອັນ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ.

ມື້​ດຽວ​ກັນ ທ່ານ​ນາງ​ຊາຣາ ດູ​ເຕີ​ເດຣ ​ເຈົ້າ​ຄອງ​ເມືອງ​ດາ​ໂວ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຕໍ່​ການ​​ໄປ​ຢ້ຽມຢາມ​ເມືອງ​ດາ​ໂວ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ກອງ​ກຳ​ປັ່ນ​ທະຫານ​ເຮືອ​ຈີນ. ທ່ານ​ກ່າວ​ວ່າ, ​ເມືອງ​ດາ​ໂວ​ມີ​ການ​ພົວພັນ​ຢ່າງ​​ແໜ້ນ​ແຟ້ນກັບ​ຈີນ ຫວັງ​ວ່າການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ​ທາງ​ການ​ທະຫານ ​ແລະ​ການ​ຮ່ວມ​ມື​ທາງ​ທະ​ເລ​ລະຫວ່າງ​ຟິລິບ​ປິນ-ຈີນ, ​ເຊື່ອ​ວ່າການ​ຢ້ຽມຢາມ​ ​ຈະ​ຊຸກຍູ້​ສັນຕິພາບ​​ແລະ​ມິດຕະພາບ​ລະຫວ່າງສອງ​ປະ​ເທດ.

ຂ່າວ​ແຈ້ງວ່າ, ກອງ​ກຳ​ປ່ັນ​ທະຫານ​ເຮືອ​ຈີນ​ດັ່ງກ່າວ​ໄດ້​ອອກ​ເດີນທາງ​ຈາກ​ທ່າ​ກຳ​ປັ່ນ​ແມ່​ນ້ຳ​ຫວງ​ຜູ​ນະຄອນ​ຊຽງ​ໄຮ້​ຈີນ​ນັບ​ແຕ່​ວັນ​ທີ 23 ​ເມສາ​ ຈະ​ເດີນ​ທະ​ເລ​ໄປ​ຢ້ຽມຢາມ 20 ກວ່າ​ປະ​ເທດ​ຂອງ​ອາຊີ ​ເອີ​ລົບ ອາ​ຟຼີກາ ​ແລະ​ທະວີບ​ໂອ​ຊຽນ​ນີຢ່າງ​ສັນຖະວະ​ໄມຕີ ​ເຊິ່ງຟິລິບ​ປິນ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້.



1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ