ບໍລິສັດ​ຈີນ​ທີ່​ຢູ່​ມຽນມາພ້ອມ​ຜູ້ຕາງໜ້າ​ວົງ​ການ​ຕ່າງໆ​ຂອງ​ມຽນມາ​ຈັດ​ກອງ​ປະຊຸມ​ໂຕະມົນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​
2017-05-01 16:28:55  cri 

ຫວ່າງ​ມໍ່ໆ​ນີ້ ບໍລິສັດ​​ໂຄງການ​ທໍ່​ສົ່ງ​ນ້ຳມົນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຈຳກັດຂອງ​ກຸ່ມ​ບໍລິສັດນ້ຳມັນ​ເຊື້ອ​ໄຟ​ຈີນ ທີ່ປະຈຳ​ຢູ່​ມຽນມາ​ໄດ້ຈັດ​ກອງ​ປະຊຸມ​ໂຕະມົນ​ທ້າຍ​ສັບປະດາ​ຢູ່​ເມືອງ​ມານ​ເດີ​ລາ ​ເມືອງ​ໃຫຍ່​ອັນ​ດັບ 2 ຂອງ​ມຽນມາ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ບໍລິສັດ​ຈີນ​​ແລະ​ມຽນມາ ​ແລະ​ຊຸກຍູ້​ການ​ຮ່ວມ​ມື.

ທ່ານ​ວາງ​ຈົ່ງ​ອິນ ກົງ​ສູນ​ໃຫຍ່​ຂອງ​ຈີນ​ປະຈຳ​ເມືອງ​ມານ​ເດີ​ລາ​ກ່າວ​​ໃນ​ກອງ​ປະຊຸມ​ວ່າ, ຈີນ ​ແລະ​ມຽນມາ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ທຸກ​ຂົງ​ເຂດ, ​ເຊິ່ງ​ໂຄງການ​ຮ່ວມ​ມື​ເຫຼົ່າ​ນີ້​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງຄົມ​ຂອງ​ມຽນມາ.

ກອງ​ປະຊຸມ​ໂຕະມົນ​ທ້າຍ​ສັບປະດາ ​ແມ່ນ​ກິດຈະກຳ​ທີ່​ຈັດ​ຂຶ້ນ​ໂດຍ​ສະມາຄົມມິດຕະພາບ​ມຽນມາ-​ຈີນ​ຂອງ​ແຂວງ​ມານ​ເດີ​ລາ ​ແລະ​ສະມາຄົມ​ນັກ​ສຶກສາ​ມຽນມາ​ທີ່​ຮຽນ​ຢູ່​ຈີນ​ເປັນ​ເຈົ້າພາບ ​ໂດຍ​ມີ​ຈຸດປະສົງ​ເພື່ອ​ຢາກ​ໃຫ້​ປະຊາຊົນ​ມຽນມາ​ຊອກ​ຮູ້​ປະ​ເທດ​ຈີນ​ໃຫ້​ຫຼາຍ​ກວ່າ​ເກົ່າ ຊຸກຍູ້​ການ​ແລກປ່ຽນ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ເຊິ່ງ​ໄດ້​ຈັດ​ຂຶ້ນ 3 ຄັ້ງ​ມາ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ