ສອງ​ພັກ​ການ​ເມືອງຂອງ​ອາ​ເມ​ລິ​ກາ​ໄດ້​​ເປັນ​ເອກະ​ພາບ​ກັນກ່ຽວ​ກັບ​ງົບປະມານ​ຂອງ​ລັດຖະບານ
2017-05-01 16:29:51  cri 

ວັນ​ທີ 30 ​ເມສາ​ແລ້ວ​ນີ້ ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ມື້​ດຽວ​ກັນ, ສະມາຊິກ​ລັດຖະສະພາ​ທີ່​ຂຶ້ນ​ກັບພັກຣີບັບບຼີກັນ ​ແລະ​ພັກ​ແຕ​ໂມ​ແກຼດອາ​ເມ​ລິ​​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະ​ພາບ​ກັນ​ກ່ຽວກັບ​ແຜນ​ງົບປະມານ​ລັດຖະບານສະບັບ​ໜຶ່ງ, ​ເຊິ່ງຖ້າວ່າ​​ແຜນ​ງົບປະມານ​ສະບັບ​ນີ້​ໄດ້​ຮັບ​ການ​ຜ່ານ​ຮັບຮອງ ກໍ​ຈະ​ເຮັດ​ໃຫ້​ອົງການ​ລັດຖະບານ​ຂອງ​ອາ​ເມ​ລິ​ກາດຳ​ເນີນ​ງານ​ຕໍ່​ໄປ​ຈົນ​ຮອດ​ເດືອນ​ກັນຍາ​ປີ​ນີ້.

ຂ່າວ​ແຈ້ງວ່າ ​ແຜນ​ງົບປະມານ​ສະບັບ​ນີ້​ລວມທັງງລາຍ​ຈ່າຍ​ທາງ​ການ​ທະຫານ​ທີ່​ເພີ່ມ​ໃ​ໝ່ຈຳນວນ 12,5 ຕື້​ໂດ​ລາ​ສະຫະລັດ ​ແລະ​ງົບ​ຈຳນວນ 1 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ​ທີ່​ຈະ​ໃຊ້​ໃນ​ການ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ຕາມ​ເຂດ​ຊາຍ​ແດນ. ມີ​ສື່​ມວນ​ຊົນ​ແຈ້ງ​ຕື່ມ​ວ່າ, ​ແຜນ​ງົບປະມານ​ດັ່ງກ່າວ​ມີ​ມູນ​ຄ່າ​ລວມທັງ​ໝົດ​ປະມານ 1 ພັນ​ຕື້​ໂດ​ລາ​ສະຫະລັດ.

ຂ່າວ​ແຈ້ງ​ອີກ​ວ່າ, ​ແຜນ​ງົບປະມານ​ດັ່ງກ່າວ​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງທ່ານ​ປະທານາທິບໍດີ​ໂດ​ນັນ ທຣຳກ່ຽວ​ກັບ​ການ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ທາງ​ການ​ທະຫານ​ໃຫ້​ຫຼາຍ​ຂຶ້ນ, ​ແຕ່​ບໍ່​ໄດ້​ສະໜອງ​ທຶນ​ການ​ສ້າງ​ກຳ​ແພງ​ຕາມ​ເຂດ​ຊາຍ​ແດນ ​ແລະ​ກໍ​ບໍ່​ໄດ້​ຫຼຸດ​ຄ່າ​ໃຊ້​ຈ່າຍ​ຂອງ​ບາງ​ພາກສ່ວນ​ລັດຖະບານ​ໂດຍ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ທ່ານ​ທຣຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ