ອາ​ເມ​ລິ​ກາ​ຮັບຮອງ​ວ່າ,ການ​ໂຈມ​ຕີISທີ່​ນຳ​ໂດຍອາ​ເມ​ລິ​ກາ​ ຢ່າງ​ໜ້ອຍ​ເຮັດ​ໃຫ້​ສາມັນ​ຊົນ 352 ຄົນ​ເສຍ​ຊີວິດ
2017-05-01 16:06:24  cri 

ວັນ​ທີ 30 ​ເມສາ​ນີ້, ກະຊວງ​ປ້ອງ​ກັນປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ນັບ​ແຕ່​ປີ 2014 ​ເປັນ​ຕົ້ນ​ມາ, ການ​ໂ​ຈມຕີ IS ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ຫົວ​ຮຸນ​ແຮງ​ທີ່​ນຳ​ໂດຍອາ​ເມ​ລິ​ກາ​ນັ້ນ ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້​ສາມັນ​ຊົນ 352 ຄົນ​ເສຍ​ຊີວິດ.

ໃນ​ບົດ​ລາຍ​ງານສະບັບ​ໜຶ່ງ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ປະກາດ​ໃນ​ມື້​ດຽວ​ກັນ​ຂຽນ​ວ່າ, ​ແຕ່​ເດືອນ​ສິງຫາ​ປີ 2014 ຫາ​ເດືອນ​ມີນາ​ປີ 2017, ສະຫະພັນສາກົນ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ໄດ້​ໂຈມ​ຕີ​ທາງ​ອາກາດ​ຢູ່​ອີຣັກ ​ແລະ ຊີຣີ ຕັ້ງ 2 ໝື່ນ​ກວ່າ​ເທື່ອ, ​ຢ່າງ​ໜ້ອຍ​ເຮັດ​ໃຫ້ສາມັນ​ຊົນ 352 ຄົນ​ເສຍ​ຊີວິດ.

ໃນ​ເດືອນ​ສິງຫາ​ປີ 2014, ອາ​ເມ​ລິ​ກາ​ເລິ່ມ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເປົ້າ​ໝາຍ IS ທີ່​ຢູ່​ອີຣັກ ​ແລະ ​ເປີດ​ກວ້າງ​ຂອບ​ເຂດ​ໂຈມ​ຕີ​ທາງ​ອາກາດ​ໄປ​ສູ່​ຊີຣີ​ໃນ​ເດືອນ​ກັນຍາ​ປີ​ 2014 ​​​ໄລຍະ​ດຽວ​ກັນ ​ໄດ້ຈັດ​ຕັ້ງ​ສະຫະພັນ​ສາກົນ​ທີ່​ໂຈມ​ຕີ IS ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ