ຍົນທີ່​ບໍ່​ມີ​ຄົນ​ຂັບ​ລະດັບ​ສູງ​ຂອງ​ຈີນ​ເຂົ້າ​ສູ່​ຕະຫຼາດອາ​ເມ​ລິ​ກາ​ລາ​ຕິນ
2017-05-01 16:15:23  cri 

ປັດຈຸບັນ, ອົງການ​ປົກຄອງ​ເມືອງ​ຊານ​ພາວ​ໂລ​ແຫ່ງ​​ເບຼຊິນ​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ, ຈະ​ນຳ​ເຂົ້າ​ຍົນ​ບໍ່​ມີຄົນ​ຂັບ​ລະດັບ​ສູງ​ ພ້ອມ​ທັງ​ລະບົບວົງ​ຈອນ​ປິດ​ແບບ​ເຄື່ອນ​ທີ່​ທີ່​ຕິດ​ຕັ້ງ​ຢູ່​ໃນລົດ​ຍົນ ​ແລະ ຖື​ໄປມາ​ໄດ້ ຍີ່​ຫໍ້​ຕ້າ​ຮວາ​ຂອງ​ຈີນ ເພື່ອເພີ່ມທະວີຄວາມສາມາດຮັບມືກັບສະພາວະສຸກເສີນຂອງຕຳຫຼວດ.ນີ້ແມ່ນຍົນທີ່ບໍ່ມີຄົນຂັບລະດັບສູງຂອງຈີນເຂົ້າສູ່ຕະຫຼາດອົງການປົກຄອງຂອງເບຼຊິນເປັນເທື່ອທຳອິດ,​ເປັນມີຂີດໝາຍສະແດງໃຫ້ເຫັນວ່າ,
ຂະ​ແໜງ​ການຍົນທີ່ບໍ່ມີຄົນຂັບຂອງຈີນໄດ້ຢ່ວງບາດກ້າວສຳຄັນໃນເວລາເຂົ້າສູ່ຕະຫຼາດອາເມລິກາລາຕິນ.

ທ່ານ​ໂດ​​ເລຍ ​ເຈົ້າ​ເມືອງ​ຊານ​ພາວ​ໂລ​ກ່າວ​ວ່າ, ​ຢູ່​ເຂດ​ຊຸມ​ຊົນ​ທີ່ມັກ​ຈະ​ເກີດ​ສະພາບ​ສຸກ​ເສີນ​ເລື້ອຍໆ, ຍົນ​ທີ່ບໍ່​ມີ​ຄົນ​ຂັບ​ສາມາດ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ຕຳຫຼວດ​​ໃນ​ການຮັບ​ມື​​ແກ້​ໄຂ​ສະພາບ​ສຸກ​ເສີນ, ທ່ານ​ກ່າວ​ວ່າ"ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ຫຼ​າຍຕໍ່​ການນຳ​ເຂົ້າ​ຜະລິດ​ຕະພັນ ​ແລະ ​ເຕັກນິກ​ຂອງ​ຈີນ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ​ການ​ຄຸ້ມ​ຄອງ​ບໍລິການສາ​ທາລະນະ ​ແລະ ສ້າງຕົວ​ເມື​ອງ​ແບບດີ​ຈິ​ຕອນ".

​ໃນ​ໄລຍະຈັດ​ງານ​ກິລາ​ໂອ​ລິ​ປິກຣີ​ໂອ​ປີ 2016, ຜະລິດ​ຕະພັນ​ລະດັບ​ສູງ​ຂອງ​ຈີນ​ຕ່າງໆ ​ເຊັ່ນ,ລົດ​​ໄຟໃຕ້​ດິນ, ​ເຄື່ອງ​​ແອ, ​ກ້ອງ​ຖ່າຍ​ວິ​ດີ​ໂອ ​ແລະ ຈໍLED ​ເປັນ​ຕົ້ນ​ໄດ້​ຮັບ​ການ​ນຳ​ໃຊ້​ຢູ່​ໃນ​ງານ​ກິລາ​ດັ່ງກ່າວ, ​ເຮັດ​ໃຫ້ປະຊາຊົນ​ອາ​ເມ​ລິ​ກາ​ລາ​ຕິນສຸມ​ສາຍຕາ​ໃສ່​ຜະລິດ​ຕະພັນ​ຈີນ,​ເກີດ​ມີ​ຄວາມ​ຮັບ​ຮູ້​ອັນ​ໃໝ່​ຕໍ່​ສິນຄ້າ​ທີ່​ຜະລິດ​ໂດຍ​ຈີນ, ​ໄດ້​ເຮັດ​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ "ຈີນ​ຜະລິດ" ຂອງ​ປະຊາຊົນ​ທ້ອງ​ຖິ່ນ​ເກີດ​ມີ​ການ​ປ່ຽນ​ແປງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ