ນາຍົກ​ຍີ່​ປຸ່ນຢ້ຽມຢາມ​ອັງກິດ ສຸມ​ໃສ່​ຜົນ​ກະທົບ​ຕໍ່​ຍີ່ປຸ່ນຍ້ອນ​ອັງກິດ​ຖອນ​ອອກ​ຈາກ​ສະຫະພາບ​ເອີ​ລົບ
2017-05-01 16:20:58  cri 

​​ໃນ​ໄລຍະ​ຢ້ຽມຢາມ​ອັງກິດ​ແຕ່​ວັນ​ທີ 28 ຫາວັນທີ 29 ​ເມສາ​​ແລ້ວນີ້, ທ່ານ​ຊິນ​ໂຈ ອາ​ເປ ນາຍົກລັດຖະມົນຕີຍີ່ປຸ່ນ​ ​ແລະ ທ່ານ​ນາງ​ດຼີຊາ ​ເມນາຍົກລັດຖະມົນຕີອັງກິດ​ໄດ້ຈັດການ​ເຈລະຈາ​ໂດຍ​ໝູນ​ອ້ອມ​ບັນຫາ​ຕ່າງໆ ​ເຊັ່ນ, ສັນຍາ​ການ​ຄ້າ​ຍີ່​ປຸ່ນ-ອັງກິດ​ ​ "ຫຼັງ​ອັງກິດຖອນ​ອອກ​ຈາກ​ສະຫະພາບ​ເອີ​ລົບ", ຍີ່​ປຸ່ນລົງທຶນ​ຢູ່​ອັງກິດ ​ແລະ ສະຖານະ​ການ​ແຫຼມ​ເກົາຫຼີ​ເປັນ​ຕົ້ນ.

ສື່​ມວນ​ຊົນ​ອັງກິດ​ລາ​ຍງານ​ວ່າ, ​ໃນ​ເວລາ​ເຈລະຈາ, ທ່ານ​ຊິນ​ໂຈ ອາ​ເປ​ຮຽກຮ້ອງ​ໃຫ້​ອັງກິດ​ຈົ່ງ​ຮັບປະກັນ​​ໃຫ້ຖອນຕົວ​ອອກ​ຈາກ​ສະຫະພາບ​ເອີ​ລົບ​ຢ່າງ​ສະ​ດວກ ​ແລະ ​ ສຳ​ເລັດຜົນ ​ເພື່ອ​ບໍ່​ກະທົບ​​ເຖິງ​ຜົນ​ປະ​ໂຫຍ​ດຂອງວິ​ສາ​ຫະກິດ​ຍີ່​ປຸ່ນທີ່ຢູ່​ອັງກິດ.

ອັງກິດ​ແມ່ນປະ​ເທດ​ທີ່​ເປັນ​ເປົ້າ​ໝາຍການ​ລົງທຶນ​ຫຼາຍ​ອັນ​ດັບສອງ​ຂອງ​ຍີ່​ປຸ່ນ, ບໍລິສັດ​ຍີ່ປຸ່ນປະມານ 1 ພັນ​ແຫ່ງ ​ເຊັ່ນ, ບໍລິສັດ​​ໂຮງ​ດາ, ຮິ​ດາ​ຊິ ​ແລະ ມິ​ຊຸ​ປິ​ຊີ​ໄດ້​ຈ້າງ​ເອົາ​ແຮງ​ງານອັງກິ​ດປະມານ 1 ​ແສນ 4 ໝື່ນ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ