ເກີດ​ເຫດ​ຍິງ​ກັນ​ຢູ່​ອາ​ເມ​ລິ​ກາ ​ເສຍ​ຊີວິດ​ແລະ​ບາດ​ເຈັບ 9 ຄົນ
2017-05-02 14:32:07  cri 

ຢູ່​ເມືອງ​ຊານ​ດີ​​ເອໂກ ລັດ​ຄາລີ​ຟໍ​ເນຍ ສະຫະລັດ​ອາ​ເມ​ລິ​ກາ ​ໄດ້​ເກີດ​ເຫດ​ຍິງ​ກັນ​ໃນ​ຕອນ​ຄ້າຍ​ຄ່ຳ​ວັນ​ທີ 30 ​ເມສາ​ຜ່ານ​ມາ ສົ່ງ​ຜົນ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ ລວມທັງ​ມື​ປືນ ​ແລະ 7 ຄົນ​ໄດ້​ຮັບ​ບາດ​ເຈັບ.

ບໍລິສັດ​ກະຈາຍສຽງ​ອາ​ເມ​ລິ​ກາ ຫຼື ABC ​ຊ່ອງ 10 ໄດ້​ລາຍ​ງານ​ວ່າ ​ເຫດການ​ຍິງ​ກັນ​ເທື່ອ​ນີ້​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 18:00 ​ໂມງ​ຂອງ​ວັນ​ທີ 30 ​ເມສາ​ຜ່ານ​ມາ ​ໂດຍ​ຂະນະ​ນັ້ນ, ກຸ່ມ​​ໜຶ່ງທີ່​ມີປະມານ 30 ຄົນ​ພວມ​ຈັດ​ງານ​ສະຫຼອງວັນ​ເກີດ​ໃຫ້​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຢູ່​ສະ​ລອຍ​ນ້ຳ​ກາງ​ແຈ້ງ​ແຫ່ງ​ໜຶ່ງ ​ແລະຄົນ​ເຫຼົ່ານີ້​ສ່ວນຫຼາຍ​ແມ່ນ​ຊາວ​ອາ​ເມ​ລິ​ກາ​ເຊື້ອສາຍ​ອາ​ຟຣິກາ ​ໂດຍມື​ປືນ​ນຸ່ງ​​​ໂສ້ງຂາ​ສັ້ນສີ​ນ້ຳ​ຕານ​ເຂົ້າ​ໄປ​​ແລະ​ຍິງ​ປືນ​ໃສ່​​ຄົນ​ຢ່າງ​ບໍ່​ມີ​ເປົ້າໝາຍ.

ຫຼັງ​ໄດ້​ຮັບ​ລາຍ​ງານ, ​ເຈົ້າໜ້າ​ທີ່​ຕຳຫຼວດກໍ​​ເຖິງ​ຈຸດ​ເກີດ​ເຫ​ດທັນທີ ​ໂດຍຕຳຫຼວດ 3 ຄົນ​ໄດ້​ຍິງ​ປະ​ທະກັບ​ມື​ປືນ ​ແລະຕໍ່​ມາ​ມື​ປືນ​ກໍ​ຖືກຕຳຫຼວດວິສາມັນ​ຄາດ​ຕະກຳ​ເສຍ​ຊີວິດຄາ​ທີ່.
​ເຈົ້າໜ້າ​ທີ່​ຕຳຫຼວດ​ ຢືນຢັນ​ວ່າ: ມື​ປືນຄືທ້າວ​ປີ​ເຕີ ​ເຊ​ລິ​ສ ​ເປັນ​ຄົນ​ຜິວ​ຂາວ​ອາຍຸ 49 ປີ ​ແລະປັດຈຸບັນ​ຍັງ​ບໍ່​ທັນ​ຮູ້​ເຈຕະນາ​ຂອງ​ຜູ້ກໍ່​ເຫດ​​ເທື່ອວ່າ​ກໍ່​ເຫດ​ເພື່ອ​ຫຍັງ?

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ