ຊຽງ​ໄຮເປີດ​ບໍລິການ​ຫໍພິພິທະ​ພັນ​ງານ​ເອັກສ໌​ໂປ​​ໂລກແຫ່ງ​ທຳ​ອິດ​ຂອງ​ໂລກ​​
2017-05-02 14:34:24  cri 

ຫໍພິພິທະ​ພັນ​ງານ​ເອັກສ໌​ໂປ​ໂລກ​ແຫ່ງ​ທຳ​ອິດ​ຂອງ​ໂລກນັບ​ແຕ່​ມີ​ການຈັດງານ​ເອັກ​ສ໌​ໂປ​ໂລກ​ຄັ້ງທຳ​ອິດຈົນ​ຮອດ​ປັດຈຸບັນ ​ໄດ້​ເລີ່​ມ​ເປີດ​ບໍລິການ​ແລ້ວ​ຢູ່ທີ່​ຕັ້ງ​ເກົ່າ​ຂອງ​ງານ​ເອັກສ໌​ໂປ​ນະຄອນ​ຊຽງ​ໄຮ ​ໃນ​ວັນ​ທີ 1 ພຶດສະພາ​ນີ້ ​ເຊິ່ງ​ເປັນ​ຫໍພິພິທະ​ພັນ​ທາງ​ການ ​ແລະ ສູນ​ເອກະສານ​ເກົ່າ​ທາງ​ການ​ພຽງ​ແຫ່ງ​ດຽວ​ທີ່​ວາງສະ​ແດງ​ປະຫວັດຄວາມ​ເປັນ​ມາ​ຂອງການ​ພັດທະນາ​ງານ​ເອັກສ໌​ໂປ​ໃນ​ໂລກ.

ໜ່ວຍ​ງານ​ອອກ​ແບບ​ແລະ​ປະກອບ​ການວາງສະ​ແດງຂອງ​ຫໍພິພິທະ​ພັນ​ປະກອບ​ດ້ວຍ​ນັກ​ວິຊາ​ການຈີນ, ​ແອັສປາຍ ​ແລະ ອີ​ຕາ​ລີ, ຂະນະ​ທີ່​ຫ້ອງ​ວາງສະ​ແດງ​ປະຈຳ 8 ຫ້ອງ​ໄດ້​ກວມ​ເອົາເນື້ອ​ທີ່​ກວ້າງ​ປະມານ 9.000 ຕາ​ແມັດ ​ໂດຍ​ວາງສະ​ແດງ​ເຄື່ອງ​ບໍລິຈາກ ​ຈາກ​ທົ່ວ​ໂລກ 3.000 ກວ່າຊະນິດ ​ໂດຍຜູ້​ເຂົ້າຊົມຈະ​ໄດ້​ຮັບ​ການ​​ແນະນຳ​ເປັນ​ພາສາ​ຈີນ ​ແລະ ​ອັງກິດ, ຂະນະ​ທີ່​ກົມ​ວາງສະ​ແດງ​ສາກົນ​ກໍ​ມີ​ການວາງສະ​ແດງ​ເປັນ​ພິ​ເສດ​ຢູ່​ຫໍພິພິທະ​ພັນນີ້.

ທ່ານຫຼິວຊິ້ວຮວາ ຫົວໜ້າ​ຫໍພິພິທະ​ພັນ​ງານ​​ເອັກ​ສ໌​ໂປ ກ່າວ​ວ່າ: ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຈີນ​ແລະ​ງານ​ເອັກສ໌​ໂປ​ຈະ​ສືບ​ຕໍ່ຮັດ​ແໜ້ນ​ສາຍ​ພົວພັນ, ຂະນະ​ທີ່​ຫໍພິພິທະ​ພັນ​ຕົນ​ກໍ​ຈະ​ດຳ​ເນີນ​ການ​ສຶກສາຄົ້ນຄວ້າ​ວິຊາ​ການ, ຮວບຮວມ​ເຄື່ອງ​ຂອງ​ແລະ​ເອກະສານ​ເກົ່າ, ​ແລກປ່ຽນ​ວັດທະນະທຳ ​ແລະ​ອື່ນໆ ​ໂດຍ​ຜ່ານ​ເວທີ​ສາກົນ​ແຫ່ງ​ງານ​ເອັກສ໌​ໂປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ