ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຟິລິບ​ປິນ​ເພີ່ມ​ຂຶ້ນກວ່າ 25%
2017-05-02 14:37:02  cri 

ຫວ່າງ​ມໍ່ໆ​ນີ້, ໜັງສືພິມ "​ແວ່ນ​ແຍງ​ການ​ຄ້າ" (Business Mirror) ຂອງ​ຟິລິບ​ປິນລາຍ​ງານ​ວ່າ: ​ໃນ​​ເດືອນ​ມັງກອນ ​ແລະ ​ເດືອນ​ກຸມພາ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​​ໄດ້ມາ​ທ່ອງ​ທ່ຽວ​ປະ​ເທດ​ຕົນ​ເພີ່ມ​ຂຶ້ນຢ່າງ​ໄວວາ​ເປັນອັນ​ດັບ 2, ຂະນະ​ທີ່​ລັດຖະບານ​ຈີນ​ເຄີຍ​ຮັບປາກ​ວ່າ​ຈະ​ໃຫ້​ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕົນ​ໄປ​ທ່ຽວ​ຟິລິບ​ປິນຢ່າງ​ໜ້ອຍ 1 ລ້ານ​ເທື່ອ​ຄົນ​ໃນ​ປີ​ນີ້.

ກະຊວງ​ທ່ອງ​ທ່ຽວ​ຟິລິບ​ປິນ​ເປີດ​ເຜີຍ​ວ່າ ​ເດືອນ​ມັງກອນ ​ແລະ ​ເດືອນ​ກຸມພາ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​ມາ​ທ່ອງ​ທ່ຽວ​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ 25,42% ຫຼື 1 ​ແສນ 6 ໝື່ນ 4.000 ​ເທື່ອ​ຄົນ. ຂະນະ​ທີ່​ທ່ານນາງ ​ວັນ​ດາ ​ໂຄຣາຊອນ ​ເຕ​ໂອ ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ​ປະ​ເທດ​ດັ່ງກ່າວ​ກໍ​ໄດ້ກ່າວ​ວ່າ: ຈາກ​ການ​ທີ່​ລັດຖະບານ​ຈີນ​ຮັບປາກ​ວ່າ​ຈະ​ໃຫ້​ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕົນ​ໄປ​ທ່ຽວ​ຟິລິບ​ປິນ 1 ລ້ານ​ເທື່ອ​ຄົນນັ້ນ, ຕົນ​ກໍ​ເຊື່ອ​ວ່າ ອາດຈະ​​ລື່ນ​ເປົ້າໝາຍ​​ໃນ​ການ​ດຶງ​ດູດນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​​ໃຫ້​ໄດ້​ເຖິງ 6 ລ້ານ 5 ​ແສນ​ເທື່ອ​ຄົນ ຂຶ້ນ​ເປັນ 8 ລ້ານ​ເທື່ອ​ຄົນ. ຂ່າວ​ລາຍ​ງານ​ອີກວ່າ, ​ລັດຖະບານຟິລິບ​ປິນ​ໄດ້ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ຂໍ​ວີ​ຊານັ້ນ ຈະ​ສົ່ງ​ຜົນ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວຫຼາຍ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ