ແຂວງ​ຢຸນນານ​​ແລະ​ມຽນມາ​ຮ່ວມ​ມືປູກ​ພືດ​ທົດ​​ແທນ
2017-05-02 16:18:45  cri 

ທ່ານ​ຫວາງ​ເຕີ​ຊານ ຫົວໜ້າ​ພະ​ແນ​ກການ​ຄ້າ​ເມືອງ​ປາວ​ຊານ ​ແຂວງ​ຢຸນນານ ສປ ຈີນ ຢືນຢັນຫວ່າງ​ມໍ່​ໆ​ນີ້​ວ່າ: ນັບ​ແຕ່​ປີ 2006 ຈົນ​ເຖິງ​ປັດຈຸບັນ, ​ເມືອງ​ຕົນ​ແລະ​ມຽນມາ ​ໄດ້​ຮ່ວມ​ມື​ກັນ​ໃນ​ຂະ​ແໜງ​ກະສິກຳ ​ໂດຍປະສົບ​ຜົນສຳ​ເລັດ​ໃນ​ການປູກ​ພືດ​ທົດ​ແທນຊະນິດ​ຕ່າງ​ໆ ​ເປັນຕົ້ນ ກ້ວຍ, ອ້ອຍ, ຢາງພາລາ ​ແລະ​ອື່ນໆ ​ເຖິງ 3 ໝື່ນ 3.000 ​ກວ່າ​ເຮັກຕາ ​​ໃນ​ນີ້​​ເກືອບ 6700 ຮັກ​ຕາ​​​ເຄີຍ​ເປັນ​ເນື້ອ​ທີ່ປູກ​ຕົ້ນຝິ່ນໃນ​ເມື່ອ​ກ່ອນ.

ທ່ານ​ຫວາງ​ເຕີ​ຊານ ກ່າວ​ຕື່ມວ່າ: ນັບ​ແຕ່​ເມືອງ​ຕົນ ​ແລະ ​ເມືອງ​ມິດ​ກີ​ນາ ປະ​ເທດ​ມຽນມາ​​ເປັນ​ເມືອງ​ແຮກສ່ຽວ​ຢ່າງ​ເປັນ​ທາງ​ການເມື່ອປີ 2010 ​ເປັນຕົ້ນມາ, ການ​ຮ່ວມ​ມື​ລະຫວ່າງ​ອຳນາດ​ການ​ປົກຄອງ​, ອົງການ​ຈັດຕັ້ງສັງຄົມ ​ແລະ ວິ​ສາ​ຫະກິດ ຂອງ​ສອງ​ເມືອງໃນ​ຂົງ​ເຂດ​ຕ່າງໆ ​ເປັນຕົ້ນ ວັດທະນະທຳ, ​ເສດຖະກິດ​ການ​ຄ້າ ​ແລະ ການ​ປູກ​ພືດ​ທົດ​ແທນ ​ໄດ້​ພັດທະນາຢ່າງແໜ້ນ​ແຟ້ນຍິ່ງ​ຂຶ້ນ. ຂະນະ​ທີ່​ປັດຈຸບັນ, ພືດ​ທີ່ປູກ​ທົດ​ແທນ​ຢູ່​ມຽນມາຂອງວິ​ສາ​ຫະກິດ​​ເມືອງ​ຕົນໄດ້​ເຂົ້າສູ່​ໄລຍະ​ເກັບ​ກ່ຽວ​ແລ້ວ ​ເຊິ່ງຖື​ວ່າ​ເປັນ​ຜົນສຳ​ເລັດໃນ​ການ​ສະກັດ​ກັ້ນການ​ປູກຝິ່ນຢູ່​ປະ​ເທດ​ດັ່ງກ່າວ ​ແລະ​​ສົ່ງ​ຜົນ​ເຮັດ​ໃຫ້​​ຕະຫຼາດຊື້​ຂາຍ​ຜະລິດ​ຕະພັນ​ກະສິກຳ​ຢູ່​ເຂດ​ຊາຍ​ແດນ​ໄດ້​ຮັບ​ການ​ພັດທະນາ​ຂຶ້ນ, ​ເສດຖະກິດ​ຢູ່​ບໍລິ​ເວນ​ດ່ານ​ເຂົ້າອອກ​ເມືອງ​ກໍ​ຈະ​ເລີ​ນຮຸ່ງ​ເຮືອງ. ຈາກ​ນີ້​ຈຶ່ງ​ເຫັນ​ໄດ້​ວ່າ, ການ​ທີ່ສອງ​ຝ່າຍ​ຮ່ວມ​ມື​​ໃນ​ຂະ​ແໜງ​ກະສິກຳຂ້າມ​ຊາດນັ້ນ ​ເປັນ​ການ​ຊ່ວຍ​ຊູ​ຍູ້​ໜູນ​ກັນດ້ວຍ​ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ ​​ແລະ​ຕ່າງ​ຝ່າຍ​ຕ່າງ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ