ກຳປູ​ເຈຍ​ຈະ​ປະຕິບັດ​ນະ​ໂຍບາຍ​ເງິນ​ບຳນານ​ຂອງ​ກຳມະກອນ​ໃນ​ທ້າຍ​ປີ​ນີ້
2017-05-02 15:30:07  cri 
ສື່​ມວນ​ຊົນ​ກຳປູ​ເຈຍ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ອິສຊຳ​ເຮັງ ລັດຖະມົນຕີ​ກະຊວງວຽກ​ງານ​ແລະແຮງ​ງານ​ກຳປູ​ເຈຍ​ໄດ້​ກ່າວ​ວ່າ: ກ່ອນ​ທ້າຍ​ປີ​ນີ້, ​ຈະ​ປະຕິບັດນະ​ໂຍບາຍ​​ເງິນບຳນານ​ໃຫ້​ກຳມະກອນ ​ເພື່ອ​ຮັບປະກັນ​ໃຫ້​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຫຼັງ​ບຳນານ.

ທ່ານ ອິສຊຳ​ເຮັງ ກ່າວ​ວ່າ: ບໍ່​ວ່າ​ກຳມະກອນ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຫຼື​ນ້ອຍ​ກໍ​ຕາມ,ລ້ວນ​ແຕ່​ຈະ​ໄດ້​ຮັບ​ການ​ປະຕິບັດຢ່າງ​ສະ​ເໝີ​ພາບຕາມນະ​ໂຍບາຍເງິນ​ບຳນານ ​ໂດຍກຳ​ມະກອນ​ທີ່​ກິນ​ເບັ້ຍບຳນານຈະ​ມີ​ອາຍຸ 60 ປີ, ກົມ​ກອງ​ທຶນ​ຮັບປະກັນ​ສັງຄົມ​ທີ່​ຂຶ້ນ​ກັບ​ກະຊວງ​ວຽກ​ງານ​ແລະ​ແຮງ​ງານ​ກຳປູ​ເຈ​ຍຈະ​ຮັບຜິດຊອບການ​ເບີກ​ຈ່າຍ​ເງິນ​ໃຫ້​ກຳມະກອນ. ປັດຈຸບັນ, ຢູ່ກຳ​ປູ​ເຈຍ​ມີ​ແຕ່​ພະນັກງານລັດຖະກອນ​ແລະ​ທະຫານ​​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ເງິນບຳນານ​​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ