ປະທານາທິບໍດີອິນໂດເນເຊຍຢ້ຽມຢາມເຂດບໍລິຫານພິເສດຮົງກົງ
2017-05-02 15:57:21  cri 
ໃນ​ວັນ​ທີ 30 ​ເມສາ​ຜ່ານ​ມາ, ທ່ານ ໂຈໂຄ ວິໂດໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ໄດ້​ຢ້ຽມຢາມ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ສປ ​ຈີນ​ຢ່າງ​ເປັນ​ທາງ​ການເປັນ​ເວລາ 2 ວັນ ​ແລະ​ໃນວັນ​ທີ 1 ພຶດສະພາ​ນີ້, ທ່ານ ລຽງ​ເຈີ້ນ​ຢີ່ງ ​ເຈົ້າ​ໜ້າ​ທີ່​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງກໍ​​​ໄດ້​ກ່າວ​​​ຂະນະ​​ພົບ​ປະ​ກັບ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ຈະ​ສ້າງ​ຄວາມ​ສາມາດ​ດ້ານ​ການ​ພັດທະນາ​ທີ່​ໃຫຍ່​ຫຼວງ​ໃຫ້​ແກ່​ເຂດ​ພິ​ເສດ​ຮົງ​ກົງ​​ແລະ​​ອາ​ຊຽນ​ເຊິ່ງລວມທັງ​ອິນ​ໂດ​ເນ​ເຊຍດ້ວຍ.

ທ່ານ ລຽງ​ເຈີ້ນ​ຢີ່ງ ກ່າວ​ວ່າ: ​ເຂດ​ພິ​ເສດ​ຮົງ​ກົງ​ຈະ​​ກຳ​​ແໜ້ນ​ນະ​ໂຍບາຍ "ປະ​ເທດ​ດຽວ" ​ແລະ "ສອງ​ລະບອບ" ຢ່າງ​ຕັ້ງໜ້າ ​ໂດຍການເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ກັບ​ອິນ​ໂດ​ເນ​ເຊຍ​ກໍ​ຄື​ຄູ່​ຮ່ວມ​ການ​ຄ້າ​ທີ່​ສຳຄັນ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​​ຕື່ມ​ອີກ.

​ໃນ​ມື້​ດຽວ​ກັນ, ທ່ານ ລຽງ​ເຈີ້ນ​ຢີ່ງ ກໍ​ໄດ້​​ເປັນ​ສັກຂີພະຍານ​ໃນ​ການ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ແລະ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ແລະ​ແຮງ​ງານ​ລະຫວ່າງ​ເຂດ​ພິ​ເສດ​ຮົງ​ກົງ​ກັບ​ອິນ​ໂດ​ເນ​ເຊຍ. ພ້ອມ​ກັນ​ນັ້ນ, ທ່ານ ລຽງ​ເຈີ້ນ​ຢີ່ງ ຍັງ​ໄດ້ຂຽນ​ບົດ​ຄວາມ​ລົງ​ໃນ​ເວັບ​ໄຊ​ຄົບ​ຄ້າສະມາຄົມ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ການ​ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງອິນ​ໂດ​ເນ​ເຊຍ​ກັບ​ກຸ່ມ​ຕົວ​ເມືອງ​ຂອງ​​ເຂດ​ອ່າວ​ກວາງຕຸ້ງ,​ເຂດ​ພິ​ເສດ​ຮົງ​ກົງ​ແລະອົສຕຣາລີນັ້ນ, ​ເຂດ​ພິ​ເສດ​ຮົງ​ກົງ​ຈະ​ເສີມ​ຂະຫຍາຍ​ບົດບາດ​ການ​ເຊື່ອມ​ຕໍ່​ທີ່​ພິ​ເສດ​ແລະ​ສຳຄັນຂອງ​ຕົນ​ໃຫ້​ມີ​ປະສິດ​ທິພາ​ບສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ