ວັນ​ກຳມະກອນ​ສາກົນ ​ຈີນ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 134 ລ້ານ​ເທື່ອ​ຄົນ
2017-05-02 16:05:35  cri 
ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 1 ພຶດສະພາ​ນີ້​ວ່າ: ​ໃນ​ໄລຍະ​ພັກ​ວັນ​ກຳມະກອນ​ສາກົນ, ຈີນ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 134 ລ້ານ​ເທື່ອ​ຄົນ ເພີ່ມ​ຂຶ້ນ 14,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ ​ແລະ ສາມາດ​ສ້າງ​ລາຍ​ຮັບ​ໄດ້ເຖິງ 79 ຕື້ 100 ລ້ານ​ຢວນ ​ເພີ່ມ​ຂຶ້ນ 16,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ທ່ານ ​​​​ໂຮວ​ເຈີ້ນ​ກ່າງ ​ໂຄສົກ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​​ໃນ​ການ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ​ວ່າ: ​ໃນວັນພັກ​ທີ 1 ພຶດສະພາ​ປີ 2017, ຮູບ​ແບບ​ການທ່ອງທ່ຽວ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ຫັນຈາກ​ແຫຼ່ງ​ໃດ​ໜຶ່ງມາ​ເປັນ​ຂອບ​ເຂດ​ໃດ​ໜຶ່ງ​ຢ່າງ​ຈະ​ແຈ້ງ. ນອກ​ນີ້,ລາຍການ​ທ່ອງ​ທ່ຽວ​ໂດຍ​ການ​ຂັບ​ລົດ​ເອງ​ກໍ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ຢ່າງ​ຕໍ່​ເນື່ອງ ​ແລະ​ເມື່ອ​ເບິ່ງ​ຈາກ​ຄວາມ​ເປັນ​ລະບຽບ​ແບບ​ແຜນ​ຂອງ​ຕະຫຼາດ​ໃນ​ວັນ​ກຳມະກອນ​ສາກົນ ທີ 1 ພຶດສະພາຂອງ​ປີ​ນີ້​​ແລ້ວ,ທັດສະນະ​ຄະຕິ​ແລະ​ບົດບາດ​​ການ​ຄຸ້ມ​ຄອງ​ການທ່ອງທ່ຽວ​ຂອງ​ທຸກຂອບ​ເຂດ​ໄດ້​ຮັບ​ການຢືນຢັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ