ESCAP ເຫັນ​ວ່າ​ເສດ​ຖະ​ກິດ​ຈີນໄດ້​ພັດ​ທະ​ນາຢ່າງ​ໝັ້ນ​ທ່ຽງ
2017-05-02 16:11:52  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ຄະ​ນະ​ກຳ​ມະ​ການເສດ​ຖະ​ກິດ​ສັງ​ຄົມ​ອາ​ຊີ​ປາ​ຊິ​ຟິກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫຼື ESCAP ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 1 ພຶດ​ສະ​ພານີ້​ວ່າ, ​ພື້ນ​ຖານ​ເສດ​ຖະ​ກິດຂອງ​ຈີນ ຍັງ​ສືບ​ຕໍ່​ໄດ້ຮັບ​ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ​, ຂະ​ນະ​ທີ່​ການ​ປະ​ຕິ​ຮູບ​ອົງ​ປະ​ກອບ​ດ້ານ​ການ​ສະ​ໜອງ ກໍ​ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ກາງ​ແລະ​ຍາວ.

    ບົດ​ລາຍ​ງານ​ດັ່ງ​ກ່າວ​ລະ​ບຸ​ວ່າ, ຂະ​ແໜງ​ການ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ຂອງ​ຈີນ ພວມ​ຄ່ອຍໆ​ເຂົ້າ​ມາແທນ​ຂະ​ແໜງ​ການ​ທີ່​ມີ​ຄວາມ​ສາ​ມາດ​ການ​ຜະ​ລິດ​ເຫຼືອ​ເຟືອ ແລະ​ກາຍ​ເປັນ​ທ່າແຮງ​ຂອງ​ການ​ປະ​ກອບ​ອາ​ຊີບ​ແລະ​ການ​ຜະ​ລິດ. ພ້ອມ​ກັນ​ນັ້ນ, ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​ໄດ້​ຄາດ​ຄະ​ເນ​ວ່າ ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພວມ​ພັດ​ທະ​ນາ​ຢູ່​ອາ​ຊີ​ປາ​ຊີ​ຟິກ​ໃນ​ປີນີ້ ຈະ​​ຢູ່​ໃນ​ລະ​ດັບ 5% ແລະ​ປີ​ໜ້າ​ຈະ​ຢູ່​ໃນ​ລະ​ດັບ 5,1%, ເຊິ່ງ​ສູງກວ່າ​ປີ​ຜ່ານ​ມາ​ທີ່​ຢູ່​ໃນ​ລະ​ດັບ 4,9%. ແນວ​ໃດ​ກໍ​ດີ ເພື່ອ​ຮັກ​ສາ​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແລະ​ໜັກ​ແໜ້ນ, ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ຄວນ​ຍົກ​ລະ​ດັບ​ແລະ​ປະ​ສິດ​ທິ​ພາບ​ການ​ຄຸ້ມ​ຄອງ​ການ​ເງິນ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ