ປີ​ຜ່ານ​ມາ​ຈີນ​ລົງ​ທຶນ​ຢູ່​ອົ​ສ​ຕ​ຣາ​ລີ​ຫຼາຍ​ທີ່​ສຸດ
2017-05-02 16:15:59  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ຄ​ລິນ​ເວວ​ດ໌​ປິດ​ມາ​ວິກ​ໂກ​ເດ​ເລີ ​ສຳ​ນັກ​ງານກວດ​ບັນ​ຊີ​ທີ່​ມີ​ຊື່​ສຽງ ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ວັນ​ທີ 1 ພຶດ​ສະ​ພານີ້​ວ່າ, ປີ 2016 ຜ່ານ​ມາ, ຈີນ​ໄດ້​ລົງ​ທຶນ​ຢູ່​ອົ​ສ​ຕ​ຣ​າ​ລີ 15 ຕື້ 400 ລ້ານ​ໂດ​ລາ​ອົ​ສ​ຕ​ຣາ​ລີ ເພີ່ມ​ຂຶ້ນ 11,7% ເມື່ອ​ທຽບ​ໃສ່​ປີ​ກ່ອນ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ໃໝ່​ນັບ​ແຕ່​ປີ 2008 ເປັນ​ຕົ້ນ​ມາ.

    ບົດ​ລາຍ​ງານ​ດັ່ງ​ກ່າວ​ທີ່ຂຽນ​ໂດຍຄ​ລິນ​ເວວ​ດ໌​ປິດ​ມາ​ວິກ​ໂກ​ເດ​ເລີ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິດ​ນີ ຊີ້​ໃຫ້​ເຫັນ​ວ່າ, ​ປີ 2016 ຜ່ານ​ມາ, ວິ​ສາ​ຫະ​ກິດ​ຈີນ ໄດ້​ເຊັນ​ສັນ​ຍາ​ການ​ຄ້າເຖິງ 103 ໂຄງ​ການ​ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ ແລະຈາກນີ້, ອົ​ສ​ຕ​ຣາ​ລີ​ຈຶ່ງ​ສືບ​ຕໍ່​ເປັນ​ປະ​ເທດ​ຈຸດ​ໝາຍ​ປາຍ​ທາງ​​ການ​ລົງ​ທຶນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຈີນ ຖັດມາ​ຈາກ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ.

    ບົດ​ລາຍ​ງານ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ພື້ນ​ຖານ​ໂຄງ​ລ່າງ​ຕຶກ​ການ​ຄ້າ​ແມ່ນ​ຂົງ​ເຂດ​ທີ່​ວິ​ສາ​ຫະ​ກິດ​ຈີນ​ນິ​ຍົມ​ລົງ​ທຶນ​ທີ່​ສຸດ ແລະ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຈີນຢູ່​ອົ​ສ​ຕ​ຣ​າ​ລີ ກໍ​ນັບ​ມື້​ນັບ​ສົດ​ໃສ, ຂະ​ນະ​ທີ່​ວິ​ສາ​ຫະ​ກິດຂອງ​ສອງ​ປະ​ເທດ​ທີ່​ຮ່ວມ​ລົງ​ທຶນນັ້ນ ກໍ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ລ​ວມ​ທັງ​ວິ​ສາ​ຫະ​ກິດ​ຈີນ​​ທີ່ເພີ່ມ​ການ​ລົງ​ທຶນ​ກໍ​ໄດ້​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ