ລະ​ບົບ​ທັດຢູ່​ສ.ເກົາຫຼີ​ມີ​ຄວາມ​ສາ​ມາດ​ດັກສະ​ກັດ​ແລ້ວ
2017-05-02 16:46:51  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທະ​ຫານອາ​ເມ​ລິ​ກາ​ປະ​ຈຳ​ສ.ເກົາຫຼີ​ຢືນ​ຢັນ​ໃນ​ວັນ​ທີ 2 ພຶດ​ສະ​ພານີ້​ວ່າ, ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ​ທັດ​ທີ່​ຕິດ​ຕັ້ງ​ຢູ່​ສ.ເກົາຫຼີ ໄດ້​ມີ​ຄວາມ​ສາ​ມາດ​ດັກສະ​ກັດ​ແລ້ວ.

    ທ່ານ ຣົບ ມານ​ນິງ ໂຄ​ສົກ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ສ.ເກົາຫຼີ ຖະ​ແຫຼງຫຼັງກອງ​ທະ​ຫານ​ຕົນ​ຢືນ​ຢັນ​ວ່າ, ລະ​ບົບ​ທັດ​ຢູ່​ໃນ​ສະ​ພາບ​​ເຮັດ​ວຽກ​ໄດ້, ມີ​ຄວາມ​ສາ​ມາດ​ດັ​ກ​ສະ​ກັດ​ຂີ​ປະ​ນາ​ວຸດ​ຂອງ​ ສ​ປ​ປ ເກົາຫຼີ ແລະ​ປ້ອງ​ກັນ​ສ.ເກົາຫຼີ​​ໄດ້ແລ້ວ.

    ຈາກ​ການ​ທີ່ສ.ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ເລັ່ງ​ລັດ​ຕິດ​ຕັ້​ງ​ລະ​ບົບ​ທັດ​ນັ້ນ ​ໄດ້ເຮັດ​ໃຫ້​ປະ​ຊາ​ຊົນ​ສ.ເກົາຫຼີ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ ໂດຍ​ໄດ້​ ໂຮມ​ຊຸມ​ນຸມ​ແບບ​ໄຕ້​​ທຽນ​ຢູ່​ສະ​ໜາມຫຼວງກວາງ​ຮ​ວາ​ມູນ​ນະ​ຄອນຫຼວງ​ເຊ​ອຸນ​ໃນ​ຕອນ​ຄ່ຳ​ວັນ​ທີ 29 ເມ​ສາ​ຜ່ານ​ມາ ທັງ​ໄດ້​ກ່າວ​ຕຳ​ໜິ​ວ່າ, ແຜນ​ການ​ຕິດ​ຕັ້ງ​ລະ​ບົບ​ທັດ​ເປັນ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ແລະ​ບໍ່​ມີ​ຜົນ​ສັກ​ສິດ ​ທັງ​ຮຽກ​ຮ້ອງ​ໃຫ້​ຖອນ​ລະ​ບົບ​ນີ້​ອອກ​ຈາກ​ສ.ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ