ຈີນ​ຜະລິດຄອມ​ພິວ​ເຕີ​ໂຟຕອນເຄື່ອງ​ທຳ​ອິດ​ໃນ​ໂລກຢ່າງ​ສຳ​ເລັດ​ຜົນ
2017-05-03 16:23:36  cri 

ທ່ານ​ພ່ານຈ້ຽນ​ເຫວີຍ ຈາກ​ມະຫາວິທະຍາ​ໄລ​ວິທະຍາສາດ-​ເຕັກນິກ​ຈີນ ທັງ​ເປັນສະມາຊິກສະ​ຖາ​ບັນ​ວິທະຍາສາດ​ແຫ່​ງຊາດ​ຈີນ ​ໄດ້​ປະກາດ​ຢູ່​ນະຄອນ​ຊຽງ​ໄຮ​ໃນ​ວັນ​ທີ 3 ພຶດສະພາ​ນີ້​ວ່າ: ຄະນະ​ຄົ້ນຄວ້າ​ວິທະຍາ​ສາດ​ຈີນສາມາດ​ຜະລິດ​ຄອມ​ພິວ​ໂຟຕອນ (photon computer ຫຼື PHC) ​ໄດ້ຢ່າງ​ສຳ​ເລັດ​ ​ແລະຄອມ​ພິວ​ເຕີ​ຮຸ່ນ​ນີ້​ມີ​ຄວາມສາມາດ​​​ຄິດ​ໄລ່​ໄດ້​ໄວ​ກວ່າ​ຄອມ​ພິວ​ເຕີ​ຄລາ​ຊິກ​ໄລຍະ​ຕົ້ນ​ເປັນຄັ້ງທຳ​ອິດ.

ຜົນການ​ທົດ​ສອບ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄອມ​ພິວ​ເຕີ​ຕົ້ນ​ແບບນີ້​ເກັບ​ຕົວຢ່າງ​ໄດ້​ໄວ​ກວ່າຜົນການ​ທົດ​ສອບ​ຂອງ​ເພື່ອນ​ຮ່ວມ​ງານ​​ໃນສາກົນຢ່າງ​ໜ້ອຍ 2 ໝື່ນ 4.000 ​ເທົ່າ ​ແລະ​ເມື່ອ​ທຽບ​​ໃສ່​ວິທີ​ການ​ຄິດ​ໄລ່​ຄລາ​ຊິກ​ແລ້ວ ກໍ​ໄວ​ກວ່າ​ຄອ​ມພິວ​ເຕີຫຼອດ​ເອ​ເລັກ​ຕຼົງ​ ​ແລະ ຄອມ​ພິວ​ເຕີຫຼອດຕຼັງຊິ​ສະ​ເຕີ​ເຄື່ອງ​ທຳ​ອິດ ​ໃນ​ປະຫວັດສາດ​ມວນ​ມະນຸດ​​ແຕ່ 10 ເຖິງ 100 ​ເທົ່າ.

ທ່ານ​ພ່ານຈ້ຽນ​ເຫວີຍ ກ່າວ​ຕື່ມ​ວ່າ: ຄອມ​ພິວ​ເຕີ​​ໂຟຕອນ​ເຄື່ອງ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ບຸກທະລຸການຄົ້ນຄວ້າ​ຄອມ​ພິວ​ເຕີ​ໂຟຕອນ​ແລ້ວ ​​ແລະ​ເປັນ​ການ​ສ້າງ​ພື້ນຖານອັນ​ໜັກ​ແໜ້ນ​ໃຫ້​ແກ່​​ຄອມ​ພິວ​ເຕີ​ໂຟຕອນທີ່​ມີ​ຄວາມ​ສາມາດ​ຄິດ​ໄລ່​ໄວ​ກວ່າ​ວິທີ​ການ​ຄິດ​ໄລ່​ຄລາ​ຊິກ​ໃນ​ທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ