ເອກະ​ຊົນ​ຫວຽດນາມ​ປະກອບສ່ວນ​ຢ່າງ​ໃຫຍ່ຫຼວງ​ຕໍ່​ເສດຖະກິດ​ແຫ່ງ​ຊາດ
2017-05-03 16:25:20  cri 

​ຫຼັງ​ພັດທະນາ​ມາ​ເປັນ​ເວລາ 30 ປີ, ພາກ​ເອກະ​ຊົນ​ຫວຽດນາມ​ໄດ້​ປະກອບສ່ວນ​ຕໍ່​ເສດຖະກິດ​ແຫ່ງ​ຊາດ​ເຖິງ 40% ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ຢ່າງ​ໃຫຍ່ຫຼວງຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ປະ​ເທດ ​ແລະ ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ.

ນັບ​ແຕ່​ປີ 2002 ​ເປັນຕົ້ນມາ, ​ວິ​ສາ​ຫະກິດ​ຫວຽດນາມ​ໄດ້​ຮັກສາ​ຈັງຫວະ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ ​ໂດຍ​ມາ​ຮອດ​ທ້າຍ​ປີ 2016, ມີວິ​ສາ​ຫະກິດ​ໃນ​ທົ່ວ​ປະ​ເທດ​​ໄດ້​ຈົດ​ທະບຽນ​ເຖິງ​ 1 ​ແສນ 1 ໝື່ນກວ່າ​ແຫ່ງ ​ເຊິ່ງໝາຍ​ເຖິງຈຳນວນ​ ​ແລະ ອັດຕາ​ສ່ວນ​ຂອງວິ​ສາ​ຫະກິດ​ພາກ​ເອກະ​ຊົນ ລ້ວນ​ແຕ່​ນັບ​ມື້ເພີ່ມ​ຂຶ້ນ. ​ຂະນະ​ທີ່ອີກ​ດ້ານ​ໜຶ່ງ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ທີ່​ມີ​ພະນັກງານ​ບໍ່​ເ​ຖິງ 10 ຄົນ ​ກໍໄດ້​ກວມ​ເອົາຫຼາຍກວ່າ 2/3 ບວກ​ໃສ່ປະ​ເພດ​ສິນຄ້າ​ມີ​ປະລິມານ​ໜ້ອຍ ຈຶ່ງ​ເຮັດ​ໃຫ້ດັດຊະນີ​ຜົນ​ກຳ​ໄລ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ຕ່ຳ​ກວ່າ​ວິ​ສາ​ຫະກິດ​​ຕ່າງປະ​ເທດ​ຢ່າງ​ຈະ​ແຈ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ