ເມືອງ​ຊິ່ນ​ໂຈ່​ວຊ່ວຍກະ​ຕຸ້ນ​ການ​ຮ່ວມ​ມື​​ຈີນ-ອາ​ຊຽນ​ໃນ​ຂອບ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ
2017-05-03 16:47:06  cri 

ທ່າ​​ເຮືອຊິ່ນ​ໂຈ່​ວ ​ເຂດ​ກວາງຊີ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງຈີນ​ເຄີຍ​ເປັນ​ທ່າ​​ເຮືອການ​ຄ້າກັບ​ພາຍ​ນອກ​ທີ່​ສຳຄັນ​ບົນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ໄໝ​ບູຮານ. ຂະນະ​ທີ່​ປັດຈຸບັນ, ທ່າ​​ເຮືອ​ດັ່ງກ່າວ ກໍ​ກຳ​ໄດ້ທ່າ​ແຮງ​ດ້ານ​ພູ​ມີ​ພາກ​ທີ່​​ເປັນ​ເອກະລັກ​ຂອງ​ຕົນ ​​​ໂດຍ​ການ​ສ້າງ​ເຂດພັກ​ສິນຄ້າ ​ແລະ ​ເຂດ​ນິຄົມ​ອຸດສາຫະກຳ​ຊິ່ນ​ໂຈ່​ວຈີນ-ມາ​ເລ​ເຊຍ ທັງ​ເຊື່ອມ​ໂຍງ​ເຂົ້າ​ໃນຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ກໍ​ຄືເພີ່ມ​ທະວີການ​ເຊື່ອມ​ຈອດ​ຈີນ-ອາ​ຊຽນ.

ປັດຈຸບັນ, ​ເຂດພັກ​ສິນຄ້າ​ທ່າ​ເຮືອ​ຊິ່ນ​ໂຈ່​ວ ​ຕົ້ນຕໍ​​ໄດ້ກວມ​ເອົາ 42 ​ທ່າ​​ເຮືອຂອງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ. ຂະນະ​ທີ່​ທ່ານ​ຟາງ​ຈ້ຽນລີ້ ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ທ່າ​ເຮືອ​ເມືອງ​ຊິ່ນ​ໂຈ່​ວ ກ່າວ​ວ່າ: ນັບ​ແຕ່ການມີຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຕະຫຼອດ​ໄລຍະ 3 ປີຜ່ານ​ມາ, ກິດຈະການ​ຕູ້​ຄອນ​ເທັນ​ເນີ​ຂອງ​ເຂດ​ພັກ​ສິນຄ້າ​ທ່າ​ຊິ່ນ​ໂຈ່​ວ ​ໄດ້​ຮັບ​ການພັດທະນາ​ຢ່າງ​ວ່ອງ​ໄວ ​ໂດຍປີ​ນີ້​ໄດ້​ຕັ້ງເປົ້າຈະ​ໃຫ້​ບັນລຸ​ເຖິງ 148 ລ້ານ​ໂຕນ ​ແ​ລະ 2 ລ້ານ 3 ​ແສນ​ຕູ້​ຄອນ​ເທັນ​ເນີ​ຕາມມາດຕະຖານ.

​ໃນ​ຖານະ​ເປັນ​ໂຄງການຫຼັກ​ແຫ່ງ​ການຮ່ວມ​ມື​ການ​ລົງທຶນ​ລະຫວ່າງ​ລັດຖະບານ​ຈີນ-ມາ​ເລ​ເຊຍ, ​ເຂດ​ນິຄົມອຸດສາຫະກຳ​ຊິ່ນ​ໂຈ່​ວ ​ແລະ ​ເຂດ​ນິຄົມ​ອຸດສາຫະກຳ​ກວນ​ຕານ​ມາ​ເລ​ເຊຍ-ຈີນ ​ໄດ້​​ເປັນ​​ແມ່​ແບບ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ສາກົນ "ສອງ​ປະ​ເທດ​ສອງ​ເຂດ​ນິຄົມ​ອຸດສາຫະກຳ". ຂະນະ​ທີ່​ເຂດ​ນິຄົມ​ອຸດສາຫະກຳ​ຊິ່ນ​ໂຈ່​ວຈີນ-ມາ​ເລ​ເຊຍ ບໍ່​ພຽງ​ແຕ່​ບໍລິການ​ວິ​ສາ​ຫະ​ກິດ​ຂອງສອງ​ປະ​ເທດ​ຈີນ​ແລະ​ມາ​ເລ​ເຊຍ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ເວທີ​ແຫ່ງ​ການ​ຮ່ວມ​ມື, ການແລກປ່ຽນ ​ແລະ ການ​ຄ້າ​ ລະຫວ່າງ​ຈີນ​ແລະ​ປະ​ເທດ​ອື່ນໆ​ໃນ​ອາຊຽນອີ​ກດ້ວຍ. ມາ​ຮອດ​ເດືອນ​ມີນາ​ປີ​ນີ້, ​ໂຄງການກໍ່ສ້າງ​ທີ່​ສຳຄັນ​ໃນ​ເຂດ​ນິຄົມ​ລວມມີ 89 ​ໂຄງການ ​ໂດຍ​ມີຍອດມູນ​ຄ່າ​ການລົງທຶນ​ປະມານ 53 ຕື້ 800 ລ້ານ​ຢວນ, ​ໃນ​ນີ້​ໄດ້ຈັດຕັ້ງປະຕິບັດ​ສຳ​ເລັດ​ແລ້ວ 22 ​ໂຄງການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ