ເລີ່​ມກໍ່ສ້າງ​ທາງລຽບ​ນ້ຳຂອງ​​ທີ່​ຈີນ​ຊ່ວຍຢ່າງ​ເປັນ​ທາງ​ການຢູ່​ແຂວງ​ບໍ່​ແກ້ວ
2017-05-03 11:10:34  cri 
ວັນ​ທີ 2 ພຶດສະພາ​ນີ້​, ກຸ່ມ​ບໍລິສັດທາງ​ລົດ​ໄຟ​ເລກທີ 17 ສປ ຈີນຈຳກັດລາຍ​ງານ​ວ່າ: ປັດຈຸບັນ, ​ໂຄງການກໍ່ສ້າງ​ທາງລຽບ​ນ້ຳຂອງທີ່​ຈີນ​ຊ່ວຍແລະ​ບໍລິສັດ​ຕົນ​ຮັບ​ເໝົາ​ກໍ່ສ້າງ​ນັ້ນໄດ້​ເລີ່​ມກໍ່ສ້າງ​ຢ່າງ​ເປັນ​ທາງ​ການ​ຢູ່​ແຂວງ​ບໍ່​ແກ້ວ ສປປ ລາວ.

​ໂຄງການ​ກໍ່ສ້າງ​ທາງ​ລຽບ​ນ້ຳຂອງ​ຢູ່​ແຂວງ​ບໍ່​ແກ້ວ ສປປ ລາວ​ທີ່​ຈີນ​ຊ່ວຍ​ເຫຼືອ​ນັ້ນ​ເພື່ອ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ດ້ານ​ຄົມມະນາຄົມ​ທາງບົກ​ໃນ​ການ​ ​ລາດຕະ​ເວນ​ຮ່ວມ ທັງມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຮັບປະກັນ​​ໃຫ້​ແກ່ການ​ປະຕິບັດ​ກົດໝາຍ​ຢູ່​ເຂດ​ແມ່​ນ້ຳຂອງ ທັງ​ເປັນ​ການ​ສົ່ງ​ເສີມການ​ພົວພັນຮ່ວມ​ມື​ດ້ວຍໄມຕີ​ຈິດ​ມິດຕະພາບຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ດ້ານ​ຄົມມະນາຄົມ​ ​ແລະຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແລະ​ການທ່ອງທ່ຽວ​ຢູ່​ແຂວງ​ດັ່ງກ່າວ​ໃຫ້​ດີ​ຂຶ້ນ.

ທ່ານ ລູ​ເພີງ ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​​ທາງ​ລົດ​ໄຟ​ຈີນ​ເລກທີ 17 ສປ ຈີນຈຳກັດກ່າວ​ວ່າ: ​ໂຄງການກໍ່ສ້າງ​ທາງລຽບ​ນ້ຳຂອງ​ແມ່ນ​ໜຶ່ງ​ໃນ​ໂຄງການ ​ພື້ນຖານ​ໂຄງ​ລ່າງ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" , ​ໄດ້ປະຈັກ​ສາຍຕາ​ຊາວ​ໂລກ ​ແລະ ມີ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ​ແລະ​ຍາວ​ນານ​ແລະນີ້​​ແມ່ນ​ໂຄງການ​ທຳ​ອິດ​ທີ່​ບໍລິສັດ​ຂອງ​ຕົນຮັບ​ເໝົາ​ກໍ່ສ້າງ​ຢູ່​ລາວ ​ເຊິ່ງຖື​ເປັນໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ແລະ​ໃຫຍ່​ຫຼວງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ