4 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ຫວຽດນາມບັນລຸ​ມູນ​ຄ່າ​ການສົ່ງ​ອອກ​ໝາກ​ໄມ້​ແລະ​ຜັກ​ກວ່າ 1 ຕື້​ໂດ​ລາ​ສະຫະລັດ
2017-05-03 11:20:29  cri 
ໜັງສືພິມ Vietnam Investment Report ​​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ​ກະຊວງ​​ກະສິກຳ​ແລະພັດທະນາ​ຊົນນະບົດ​ຫວຽດນາມ​ໄດ້​ເປີດ​ເຜີຍວ່າ: ​ໃນ 4 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ມູນ​ຄ່າ​ການ​ສົ່ງ​ອອກ​ໝາກ​ໄມ້​ແລະ​ຜັກ​ຂອງ​ປະ​ເທດ​ຕົນ​ບັນລຸ​ກວ່າ 1 ຕື້​ໂດ​ລາ​ສະຫະລັດ ​ເຊິ່ງ​ເພີ່ມ​ຂຶ້ນ 32,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ​ແລະມູນ​ຄ່າ​ການ​ສົ່ງ​ອອກສູ່​ຕະຫຼາດ​ທີ່​ສຳຄັນ 4 ​ປະ​ເທດ​ຄື: ຈີນ, ອາ​ເມ​ລິ​ກາ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີນັ້ນ ​ໄດ້​ກວມ 83% ຂອງ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກທັງ​ໝົດ.

ໜັງສືພິມ​ດັ່ງກ່າ​ວຍູ້​ລາຍ​ງານ​ໃຫ້​ຮູ້​ອີກ​ວ່າ:ປະ​ເທດ​ທີ່​ນຳ​ເຂົ້າໝາກ​ໄມ້​ແລະ​ຜັກຈາກຫວຽດນາມ​ໄດ້​​ເພີ່ມຂຶ້ນ​ເປັນ​ຕົ້ນ ຣັດ​ເຊຍ​ເພີ່ມ​ຂຶ້ນ 88,7%, ຍີ່ປຸ່ນ 50,9%, ​ໄທ 34%, ຈີນ 33,3%, ມາ​ເລ​ເຊຍ 32,8%, ສ.​ເກົາຫຼີ 18,7% ​ແລະ ອາ​ເມ​ລິ​ກາ 13,3%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ