ຖວທ ຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 6 ລ້ານຄົນໃນປີ 2020
2017-05-03 16:14:47  cri 
ຂປລ. ທ່ານບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວໄດ້ຊີ້ແຈງຕໍ່ກອງປະຊຸມ
ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ Ⅷ ໃນອາທິດຜ່ານມານີ້ວ່າ,​ ໃນປີ 2020 ກະຊວງ ຖວທ ຕັ້ງເປົ້າໝາຍຈະດຶງ
ດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຢູ່ ສປປ ລາວ ຢ່າງຕໍ່າ 6 ລ້ານຄົນ, ໂດຍຈະໄດ້ມີການສືບຕໍ່ພັດທະນາຂະແໜງທ່ອງທ່ຽວໃຫ້ຫຼາຍ
ຂຶ້ນ,​ ເນັ້ນໃສ່ການພັດທະນາແຫຼ່ງທ່ອງທ່ຽວແບບຍືນຍົງ ເຊັ່ນ ທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາ, ເອົາໃຈ
ໃສ່ໂຄສະນາເຜີຍແຜ່ບັນດານິຕິກໍາໃຫ້ສັງຄົມຮັບຮູ້, ເຂົ້າໃຈຫຼາຍຂຶ້ນ, ຊຸກຍູ້ຂະບວນການວັດທະນະທໍາສິລະປະພື້ນເມືອງໃນທົ່ວປະ
ເທດຢ່າງຄຶກຄື້ນ.

ທ່ານບໍ່ແສງຄໍາ ວົງດາລາກ່າວຕື່ມອີກວ່າ,​ ໄລຍະເວລາຜ່ານມານີ້ ລັດຖະບານໄດ້ມີນະໂຍບາຍພັດທະນາແຫຼ່ງທ່ອງທ່ຽວດ້ານຕ່າງໆ
ເປັນຕົ້ນທາງດ້ານທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາ ເຊິ່ງແຫຼ່ງທ່ອງທ່ຽວດັ່ງກ່າວ ໄດ້ມີຕົວເລກເພີ່ມຂຶ້ນ, ພື້ນຖານໂຄງ
ລ່າງທີ່ຮັບໃຊ້ວຽກງານທ່ອງທ່ຽວກໍໄດ້ຮັບການພັດທະນາເປັນຈໍານວນຫຼາຍທັງດ້ານປະລິມານ ແລະຄຸນນະພາບເຊິ່ງປະຈຸບັນພວກເຮົາ
ມີໂຮງແຮມປະເພດຕ່າງໆປະມານ 540 ກວ່າແຫ່ງ,​ ເຮືອນພັກທຸກປະເພດມີເກືອບ 2000 ແຫ່ງ, ຮ້ານບັນເທີງຫຼາຍກວ່າ 360 ແຫ່ງ.

ໄປຄຽງຄູ່ກັນນີ້, ອາຫານລາວກໍຍັງໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຫຼາຍຂຶ້ນ. ພ້ອມນີ້, ລັດຖະບານກໍາລັງສະເໜີພາກສ່ວນ
ກ່ຽວຂ້ອງຂອງສາກົນ ຂຶ້ນທະບຽນມໍລະດົກໂລກທົ່ງໄຫຫີນ. ນອກນີ້, ພວກເຮົາຍັງໄດ້ສ້າງຂະບວນການສ້າງບ້ານວັດທະນະທໍາ, ຄອບ
ຄົວວັດທະນະທໍາ, ສິລະປະພື້ນບ້ານໃຫ້ຫຼາຍຂຶ້ນ ເພື່ອເປັນການດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ນັບມື້ນັບເພີ່ມຂຶ້ນ. ໃນປີ
2016 ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 4,2​ ລ້ານກວ່າຄົນ, ສ້າງລາຍຮັບໃຫ້ປະເທດເຮົາຫຼາຍກວ່າ 700 ລ້ານໂດລາສະຫະ
ລັດ. ນອກຈາກນີ້, ເມືອງຫຼວງພະບາງຍັງໄດ້ຮັບນາມມະຍົດເປັນເມືອງທີ່ໜ້າທ່ອງທ່ຽວທີ່ດີທີ່ສຸດຫຼາຍປີຕິດຕໍ່ກັນຈາກວາລະສານທີ່ມີຊື່
ສຽງຂອງສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ