ສະ​ມະ​ຄົມ​ພຸດທະ​​ສາສະໜາແຫ່ງປະ​ເທດ​ຈີນ ຈັດ​ພິທີ​​ສະຫລອງ ວັນ​ຄ້າຍ​ວັນປະສູດ​ພະພຸດທະ​ເຈົ້າ
2017-05-03 16:51:25  cri 



​ໃນ​ວັນ​ທີ 3 ​ພຶດສະພາ​ນີ້, ທີ່ ວັດ​ຫລິງ​ກວ່າງ ນະຄອນຫລວງ​ປັກ​ກິ່ງ ​ເຊິ່ງ​ເປັນ​ບອ່ນປະດິດສະຖານ ພະ​ບໍລົມ​ມະສາຣີຣິກະທາດ ພະ​ທັນ​ຕະທາດ​ຂອງພະພຸດທະ​ເຈົ້າ ສະ​ມາຄົມ​ພຸດທະສາສະໜາ​​ແຫ່ງປະ​ເທດ​ຈີນ​ໄດ້​ຈັດ​ພິທີ​ສະ​ເຫລີ​ມສະຫລອງວັນຄ້າຍ​ວັນ​ປະສູດປີ​ທີ 2641 ຂອງ​ພະສໍາມາ​ສໍາພຸດທະ​ເຈົ້າ ພະ​ບໍຣົມມະສາສະ​ດາ​ຂອງສາສະໜາພຸດ ຕາມ​ຈັນທະຄະຕິ​ຈີນ ​ເຊິ່ງປີນີ້ກົງ​ກັບ​ວັນ​ທີ 3 ​ພຶດສະພາ​ ໂດຍ​ໄດ້​ເຊີນ​ຄະນະ​ສົງທັງ​ຝ່າຍ​ເຖຣະວາດ ​ແລະມະຫາຍານ, ​ເອກ​ອັກຄະ​ລັດຖະທູດ​ຕ່າງປະ​ເທດ ປະຈຳ​ ສປ ຈີນ​ເຊັ່ນ: ທ່ານ ນາງ​ວັນ​ດີ​ ບຸດ​ທະສະ​ວົງ  ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ ສປ ຈີນ ​ແລະ ບັນ​ດາ​ທູ​ຕະນຸທູດຈາກປະ​ເທດ​ໄທ, ກຳ​ປູ​ເຈ້ຍ, ພະມ້າ, ສີ​ລັງ​ກາ,​ ເນ​ປານ ​ລວມທັງຕົວ​ແທນ​ຈາກອົງການ​ຈັດຕັ້ງຕ່າງໆທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ ​ເຂົ້າຮ່ວມ.


ພິທີ​ເລີ່​ມຈາກ​ຂະ​ບວນອັງ​ເຊີນ​ພະພຸດທະຮູບ ພະພຸດທະ​ເຈົ້າປາງ​ປະສູດ​ຢືນ​ເທິງ​ດອກ​ບົວ ຈຳນວນ 3 ອົງ ຂຶ້ນປະດິດສະຖານ​ເທິງ​ແທ່ນ​ທີ່ຢູ່​ກາງ​ອ່າງ​ນ້ຳໂລຫະ​ຂະໜາດ​ໃຫ່ຍທີ່ປະດັບ​​ປະດາດ້ວຍດອກ​ໄມ້​ມຸງຄຸນ​ຫລາຍ​ຊະນິດ​​ຢ່າງ​ສວຍ​ງາມ, ຈາກ​ນັ້ນ ​ໄດ້​ນິມົນ​ຄະນະ​ສົງ​ທິ​ເບ​ດ ພ້ອມດ້ວຍຄະນະ​ສົງເຖຣະວາດ ​ແລະ ມະຫາຍານສວດ​ມົນ​ຖວາຍ​ພຸດ​ທະ​ບູຊາ ​ແລະສົງ​ນ້ຳ​ພະ, ຫລັງ​ຈາກ​ຄະນະສົງ​ໄດ້​ສົງ​ນ້ຳ​ພະແລ້ວ ​ໄດ້​​ເຊີນ​ຜູ້​ເຂົ້າຮ່ວມພິທີ​ສົງ​ນ້ຳ​ພະ​, ສັງ​​ເກດ​ເຫັນ​ວ່າມີ​ພຸດທະສາສະນິກະຊົນທັງຊາວ​ຈີນ ​ແລະຕ່າງປະ​ເທດ ປະມານ ໜຶ່ງພັນ​ຄົນ ພາກັນ​ຫລັ່ງ​ໄຫລ​ໄປ​ວັດ​ຫລິງ​ກວ່າ​ງຢ່າງ​ຫລວງຫລາຍເພື່ອຮ່ວມພິທີ​ດັ່ງ​ກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ