ວ່າ​ທີ່​ທູ​ດອາ​ເມ​ລິ​ກາ​ປະຈຳ​ຈີນ​ຫວັງ​ສ້າງ​ຄວາມຕັ້ງໜ້າ​​ໃນການ​ພົວພັນ​ອາ​ເມ​ລິ​ກາ-ຈີນ
2017-05-03 14:34:33  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ເຕຣີ ບຣານສຕັດ ​ເຈົ້າ​ຄອງ​ລັດ​ເອ​ໂອວາ​ອາ​ເມ​ລິ​ກາ​ທີ່​​ປະທານາທິບໍດີ​ອາ​ເມ​ລິ​ກາສະ​ເໜີ​​ໃຫ້ເປັນ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ​ກ່າວ​ໃນ​ວັນ​ທີ 2 ພຶດສະພາ​ນີ້​ວ່າ, ຖ້າ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ຫວັງ​ສ້າງ​ຄວາມຕັ້ງໜ້າ​ໃຫ້​ແກ່ການ​ພົວພັນ​ລະຫວ່າງອາ​ເມ​ລິ​ກາ-ຈີນ.

ທ່ານ​ເຕຣີກ່າວ​ສະ​ແດງ​ວິ​ໄສ​ທັດ​ຂອງ​ຕົນ​ໃນ​ຖານະ​ເປັນ​ຜູ້​ຖືກ​ສະ​ເໜີ​​ໃຫ້​ເປັນ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ​ຂອງ​ສະພາ​ສູງ​ອາ​ເມ​ລິ​ກາ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ​ໃນ​ຖານະ​ເປັນ​ເຈົ້າ​ຄອງ​ລັດ​​ໄອ​ໂອວາ, ຕົນ​ຮູ້​ດີ​ຕໍ່​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ການ​ຄ້າ​ລະຫວ່າງອາ​ເມ​ລິ​ກາ-ຈີນ​ທີ່​ຕັ້ງໜ້າ​ແລະ​ປອດ​ໃສ ​ແລະຖ້າ​ຕົນ​​ໄດ້ດຳລົງ​ຕຳ​ແໜ່​ງດັ່ງກ່າວ, ຈະ​ສືບ​ຕໍ່​ຊຸກຍູ້​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ເຂົ້າ​ສູ່​ຕະຫຼາດ​ຈີນ ​ເຊິ່ງຈະ​ເປັນ​ຜົນ​ດີ​​ໃນ​ການສ້າງ​ໂອກາດ​ປະກອບ​ອາຊີບ​ໃຫ້​ແກ່​ອາ​ເມ​ລິ​ກາ ທັງ​ເປັນ​ຜົນ​ດີ​ຕໍ່​ການ​ສົ່ງ​ຜະລິດ​ຕະພັນສິນຄ້າ​ທີ່​ດີ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກຈີນ.

ທ່ານ​ກ່າວ​ຕື່ມ​ວ່າ, ການ​ພົວພັນ​ອາ​ເມ​ລິ​ກາ-ຈີນ​ກວມ​ເອົາຫຼາຍ​ລະດັບ ​ເຊິ່ງຕົນ​ກໍຫວັງ​​ໄປ​ຢ້ຽມຢາມ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ ​ແລະ​ພົບ​ປະ​ປະຊາຊົນ​ຈີນ​ຢ່າງ​ທົ່ວ​ເຖິງ​ໃນ​ໄລຍະ​ເປັນ​ທູ​ດ ​ເພື່ອ​ສືບ​ທອດ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ແລະ​​ແນວ​ຄິດ​ທີ່​ມີ​ພະລັງ​ຊີວິດ​ລະ​ຫວ່າ​ງສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ