ຈີນ​ແລະອາ​ຊຽນພ້ອມ​ຮ່າງ "ກົດ​​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ​ໃຫ້​ສຳ​ເລັດ​ໂດຍ​ໄວ
2017-05-03 14:45:34  cri 
ຕາມ​ຂ່າວ CRI: ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 30 ທີ່​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 29 ​ເມສາຜ່ານ​ມາ ​ແລະ​ໄດ້​ເປັນນ​ເອກະ​ພາບ​ກັນທັງ​ໃນ​ການ​ສ້າງສາ​ປະຊາ​ຄົມ​ອາ​ຊຽນ ທັງ​ໄດ້​ປຶກສາ​ຫາລື​ບັນຫາ​ສາກົນ​ແລະ​ພາກ​ພື້ນ ລວມທັງ​ບັນຫາ​ທະ​ເລ​ຈີນ​ໃຕ້ ​ແລະສຸດ​ທ້າຍ​ກໍ​ໄດ້​ອອກ​ຖະ​ແຫຼ​ງການ​ຫຼັງ​ກອງ​ປະຊຸມ.

ທ່ານ​ເກິ໋ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້ຕອບ​ຄຳ​ຖາມ​ຕ່າງໆຂອງ​ນັກ​ຂ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 2 ພຶດສະພາ​ນີ້​ວ່າ, ປັດຈຸບັນ, ຈາກຄວາມ​ພະຍາຍາມ​ຮ່ວມ​ຂອງ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ, ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ໄດ້​ຜ່ອນຄາຍ​ລົງ ​ແລະ​ມີ​ທ່ວງທ່າ​ດີ​ຂຶ້ນ​ຢ່າງ​ຕັ້ງໜ້າ. ຂະນະ​ດຽວ​ກັນ ຈີນ​ກໍ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ປະຕິບັດ​ຕາມ "ຄຳ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້" ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ທະ​ເລ, ສູ້​ຊົນ​ເຮັດ​ໃຫ້​ການ​ຮ່າງ "ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ​ສຳ​ເລັດໂດຍ​ໄວ ບົນ​ພື້ນຖານ​ປຶກສາ​ຫາລື​ເປັນ​ເອກະ​ພາບ​ກັນ ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້. ​ຕາມ​ແຜນການ​ແລ້ວ, ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນຈະ​ປຶກສາ​ຫາລື​ການ​ຮ່າງ​​ ​ "ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ​ໃຫ້​ສຳ​ເລັດ​ໃນຫົກ​ເດືອນ​ຕົ້ນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ