ບໍ​ລິ​ສັດ​ລົງ​ທຶນ​ພັ​ດ​ທະ​ນາ​ແຫ່ງ​ຊາດ​ຈີນ​ຈຳ​ໜ່າຍ​ພັນ​ທະ​ບັດ 1 ຕື້​ໂດ​ລາ​ຢູ່​ຕ່າງ​ປະ​ເທດ
2017-05-03 15:00:35  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ບໍ​ລິ​ສັດ​ລົງ​ທຶນ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນເປີດ​ເຜີຍ​ໃນ​ວັນ​ທີ 2 ພຶດ​ສະ​ພານີ້​ວ່າ, ກ່ອນ​ໜ້ານີ້​ບໍ່​ດົນ, ບໍ​ລິ​ສັດ​ຕົນ​ໄດ້​ຈຳ​ໜ່າຍ​ພັນ​ທະ​ບັດ​ຊັ້ນ​ສູງ​ທີ່​ມີ​ມູນ​ຄ່າ 1 ຕື້​ໂດ​ລາ​ສ​ະ​ຫະ​ລັດ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​​ຖື​ວ່າເປັນ​ເທື່ອ​ທຳ​ອິດ​ທີ່​ ຈຳ​ໜ່າຍ​ພັນ​ທະ​ບັດ​ໂດ​ລາ​ສະ​ຫະ​ລັດ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ສຳ​ເລັດ​ຜົນຫຼັງ​ສ້າງ​ຕັ້ງ​ເປັນ​ຕົ້ນ​ມາ.

    ພັນ​ທະ​ບັດ​ງວດ​ດັ່ງ​ກ່າວ​​ທີ່ມີ​​ປະ​ລິ​ມານຊື້​ເກືອບ 8 ເທົ່ານັ້ນ ​ໄດ້​ເຮັດ​ໃຫ້​ຕະ​ຫຼາດ​ທຶນ​ສາ​ກົນ​ສົນ​ໃຈ ໂດຍໃນ​ການ​ສັ່ງ​ຊື້​ທັງ​ໝົດ, ຜູ້​ລົງ​ທຶນ​ອາ​ຊີ​ກວມ​ເອົາຫຼາຍກວ່າ 80%. ແນວ​ໃດ​ກໍ​ດີ, ບໍ​ລິ​ສັດ​ລົງ​ທຶນ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ, ການ​ຈຳ​ໜ່າຍ​ພັນ​ທະ​ບັດ​ໂດ​ລາ​ສະ​ຫະ​ລັດ​ຢ່າງ​ສຳ​ເລັດ​ຜົນ​ຄັ້ງ​ນີ້ ມີ​ຜົນ​ດີ​ຕໍ່​ບໍ​ລິ​ສັດ​ຕົນ​ໃນ​ການ​ເຊື່ອມ​ຕໍ່​ກັບ​ຕະຫຼາດ​ທຶນ​ສາ​ກົນ ທັງ​ເປັນ​ການຍົກ​ຄວາມ​ສາ​ມາດ​​ໃນ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ທົ່ວ​ໂລກໃຫ້​ສູງ​ຂຶ້ນ, ສ້າງ​ພາບ​ພົດ​ຂອງ​ບໍ​ລິ​ສັດ​ຢູ່​ໃນ​ໂລກ ລວມ​ທັງຊຸກ​ຍູ້​ການ​ລົງ​ທຶນ​ແລະ​ການ​ເກັບ​ຊື້ຢູ່​ຕ່າງ​ປະ​ເທດ​ ແລະ​ທຸ​ລະ​ການ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ