ກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ກຸ່ມ 20 ປະ​ເທດ​ໄຂ​ຂຶ້ນ​ຢູ່​ເຢຍ​ລະ​ມັນ
2017-05-03 15:02:56  cri 
    ຕາມ​ຂ່າວ​ສານ​ຈີນ: ກອງ​ປ​ະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ກຸ່ມ 20 ປະ​ເທດ ຫຼື G20 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ແບກ​ແລງ​ປະ​ເທດ​ເຢຍ​ລະ​ມັນ​ໃນ​ວັນ​ທີ 2 ພຶດ​ສະ​ພານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ. ​ເຈົ້າ​ໜ້າ​ທີ່​ໃນ​ວົງ​ການ​ການ​ເມືອງ​ແລະ​ການ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ປະ​ຊຸມ ໄດ້​ປຶກ​ສາ​ຫາ​ລື​ສິ່ງ​ທ້າ​ທາຍ​ຈາກ​ໂລ​ກາ​ພິ​ວັດ, ຈະ​ຮັບ​ມື​ກັບ​ຄວາມ​ສ່ຽງ​ດ້ານ​ການ​ທະ​ນາ​ຄານ​ແນວ​ໃດ ແລະ​ການ​ທົດ​ສອບ​ຈາກ​ການ​ປະ​ຕິ​ວັດ​ດີ​ຈີ​ຕອນ​ແລະ​ອື່ນໆ​ຕໍ່​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດ​ຖະ​ກິດ​ໂລກ.

    ທ່ານ ວົ​ຟ​ກັງ ຊາວ​ເບຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ເຢຍ​ລະ​ມັນ​ ໄດ້​ເນັ້ນຫຼັກ​ໝັ້ນ​ທີ່​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ແລະ​ປ້ອງ​ກັນ​ການ​ຄ້າ​ເສ​ລີ​ອີກ​ເທື່ອ​ໜຶ່ງ​ໃນ​ໂອ​ກາດ​ກ່າວ​ປາ​ໄສ​​ຕໍ່​ພິ​ທີ​ໄຂ​ກອງ​ປະ​ຊຸມ​ວ່າ, ທຸກ​ປະ​ເທດ​ບໍ່​ຄວນ​ຝືນ​ກັບ​ໂລ​ກາ​ພິ​ວັດ, ແຕ່​ຄວນ​ເຮັດ​ໃຫ້​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ດີ​ຂຶ້ນກວ່າ​ເກົ່າ.

    ນັບ​ແຕ່​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ເທື່ອ​ຜ່ານ​ມາ​​ຈົນຮອດ​ປັດ​ຈຸ​ບັນ, ການ​ນຳ​ແລະ​ວົງ​ການ​ການ​ທະ​ນາ​ຄານ​ຂອງ​ບັນ​ດາ​ປະ​ເທດ ໄດ້​ພິ​ຈາ​ລະ​ນາ​ເຖິງກົນ​ໄກ​ການ​ກຳ​ເນີດ​ແລະ​ມາດ​ຕະ​ການ​ປ້ອງ​ກັນ​ວິ​ກິດ​ການ​ການ​ເງິນ ແລະຈາກນີ້, ຈະ​ເຮັດ​ແນວ​ໃດ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​​ເທື່ອ​ໜ້ານັ້ນ ກໍ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ຂອງກອງ​ປະ​ຊຸມ​ສຸດຍອດ​ໃນ​ມື້​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ