ໄຕ່​ສວນ​ຄະ​ດີ​ປັກ​ກຸນ​ເຮ​​ລ່ວງ​ໜ້າເປັນ​ຄັ້ງ​ທຳ​ອິດ
2017-05-03 15:04:25  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ສານ​ສ.ເກົາຫຼີ ໄດ້​​ໄຕ່​ສວນ​ຄະ​ດີ​ທ່ານ​ນາງ ປັກ​ກຸນ​ເຮ​ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​​ລ່ວງ​ໜ້າເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 2 ພຶດ​ສະ​ພານີ້, ​ຂະ​ນະ​ທີ່ ທະ​ນາຍ​ຄວາມ​ຂອງ​ນາງ​ໄດ້​ປະ​ຕິ​ເສດທຸກ​ຂໍ້ກ່າວ​ຫາ​ຂອງ​ໄອ​ຍະ​ການ​ໃນ​ສານ.

    ການ​ໄຕ່​ສວນ​ໄດ້​ຈັດ​ຂຶ້ນ​ຢູ່​ສານ​ທ້ອງ​ຖິ່ນ​ນະ​ຄອນຫຼວງ​ເຊ​ອຸນ​ໃນ​ມື້​ດຽວ​ກັນໂດຍທ່ານ​ນາງ ປັກ​ກຸນ​ເຮ ບໍ່​ໄດ້​ເຂົ້າ​ຮ່ວມ. ​ຂະ​ນະ​ທີ່​ຢູ່​ສານ, ທະ​ນາ​ຄວາມ​ຂອງ​ນາງ ໄດ້​ປະ​ຕິ​ເສດ​ທຸກ​ຂໍ້ກ່າວ​ຫາ​ຂອງ​ໄອ​ຍະ​ການ ແລະ​ເນັ້ນຈະ​ຫັກ​ລ້າງ​ຕໍ່​ຂໍ້​ກ່າວຫາ​ຂອງ​ໄອ​ຍະ​ການ ຫຼັງ​ອ່ານ​​ສຳ​ນວນ​ຄະ​ດີທີ່​ມີ​ເຖິງ 1 ແສນ 2 ໝື່ນ​ໜ້າ​ຂອງ​ໄອ​ຍະ​ການ​ແລ້ວ.

    ຕາມ​ແຜນ​ການ​ເດີມ, ສານ​ສ.ເກົາຫຼີ ຈະ​ໄຕ່​ສວນ​ລ່ວງ​ໜ້າ​ອີກ​ເທື່ອ​ໜຶ່ງ​ໃນ​ວັນ​ທີ 16 ພຶດ​ສະ​ພານີ້ ແລະຈະໄຕ່​ສວນ​ຢ່າງ​ເປັນ​ທາງ​ການ​​ເປັນຄັ້ງ​ທຳ​ອິດ​ໃນ​ວັນ​ທີ 23 ​ເດືອນ​ດຽວ​ກັນ ເຊິ່ງ​ຜູ້​ຕ້ອງ​ຫາ​ຕ້ອງ​ເຂົ້າ​ຮ່ວມ​ການ​ໄຕ່​ສວນ​ໂດຍ​ບໍ່​ມີ​ເງື່ອນ​ໄຂ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ