ຈີນ-ອິນ​ໂດ​ເນ​ເຊຍ​ຖອດ​ຖອນ​ບົດ​ຮຽນການ​ເກືອດ​ຫ້າມ​ຢາ​ເສບ​ຕິດ
2017-05-03 16:24:15  cri 
    ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ຄະ​ນະ​ກຳ​ມະ​ການ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ອິນ​ໂດ​ເນ​ເຊຍ, ທ່ານ ລານ​ເວີ້ຍ​ຮົງ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຈີນ ທັງ​ເປັນ​ຮອງຫົວ​ໜ້າ​ສູນເຕັກ​ນິກ​​ສືບຂ່າວ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂອງ​ຕົນໄປ​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂນ​ເນ​ເຊຍ​ເພື່ອ​ຖອດ​ຖອນ​ບົດ​ຮຽນ​​ດ້ານນີ້ແຕ່​ວັນ​ທີ 2-6 ພຶດ​ສະ​ພານີ້.

    ໃນ​ກອງ​ປະ​ຊຸມ​ຖອດ​ຖອນ​ບົດ​ຮຽນ​ດັ່ງ​ກ່າວ, ຜູ້​ຕາງ​ໜ້າ​​ຈາກ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ ໄດ້​ແລກ​ປ່ຽນບົດ​ຮຽນ​ແລະ​ປຶກ​ສາ​ຫາ​ລື​ກັນ​ຢ່າງກວ້າງ​ຂວາງ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​​ການພົບ​ປະປະ​ຈຳ​ປີ​ຢ່າງ​ເປັນ​ທາງ​ການ, ຕິດ​ຕັ້ງ​ໂທ​ລະ​ສັບ​ໂດຍ​ກົງເພື່ອ​ຕິດ​ຕໍ່​ພົວ​ພັນ​ກັນ, ການ​ແລກ​ປ່ຽນ​ການ​ສືບ​ຂ່າວ, ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ, ການ​ປາບ​ປາມ​ການ​ຄ້າ​ຂາຍຢາ​ເສບ​ຕິດ​ທາງ​ທະ​ເລ​ແລະ​ທາງ​ອາ​ກາດ, ການກວດ​ກາ​ຢາ​ເສບ​ຕິດ, ການ​ຊ່ວຍ​ເຫຼືອ​​ຍົກ​ລະ​ດັບ ແລະ​ອື່ນໆ ແລະ​ໄດ້​ບັນ​ລຸ​ເຈ​ດ​ຈຳ​ນົງ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ຕ່າງໆ. ​ຂະ​ນະ​ດຽວ​ກັນ, ສອງ​ຝ່າຍ​ຍັງ​ເຫັນພ້ອມຈະ​ເພີ່ມ​ທະ​ວີ​ແລະ​ປັບ​ປຸງກົນ​ໄກ​ການ​ຮ່ວມ​ມື​ຕື່ມ​ອີກ, ປັບ​ປຸງການແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ​ຂອງ​ສອງ​ປະ​ເທດ​ກໍ​ຄື​ພາກ​ພື້ນ​ຢ່າງ​ແທ້​ຈິງ, ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ເກືອດ​ຫ້າມ​ຢາ​ເສບ​ຕິດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​​ຕາມ​ເງື່ອນ​ໄຂຕົວ​ຈິງ​ແລະ​ກ້າວ​ສູ່​ລວງ​ເລິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ