ທ່ານ​ປູ​ຕິນຊີ້ ກອງ​ປະຊຸມ G20 ຈະ​ຫາລື​ກຳຈັດ​ສິ່ງ​ກີດຂວາງ​ການ​ພັດທະນາ​ເສດຖະກິດ​ໂລກ
2017-05-04 16:15:51  cri 

ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ ກ່າວ​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ກອງ​ປະຊຸມ​ສຸດ​ຍອດກຸ່ມ 20 ປະ​ເທດ ຫຼື G20 ທີ່​ຈະ​ຈັດ​ຂຶ້ນຢູ່​ເຢຍລະ​ມັນ​ໃນ​ເດືອນ​ກໍລະກົດ​ປີ​ນີ້ ຈະປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆ ​ເປັນຕົ້ນການ​ກຳຈັດ​ສິ່ງ​ກີດຂວາງ​ການ​ພັດທະນາ​ເສດຖະກິດ​ໂລກ.

ທັງ​ນີ້ ທ່ານ​ປູ​ຕິນ ​ໄດ້ພົບ​ປະ​ກັບ​ທ່ານ​ນາງ​ເອນ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ ຢູ່​ເມືອງ​ໂຊ​ຊີ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຣັດ​ເຊຍ ​ໃນໂອກາດ​ເດີນທາງ​ຢ້ຽມຢາມຣັດ​ເຊຍ ​ແລະ​ໄດ້​ຢືນຢັນ​ໃນ​ພິທີ​ຖະ​ແຫຼງຂ່າວ​ຫຼັງການ​ພົບ​ປະ​ວ່າ: ປັດຈຸ​ບັນ, ​ເສດຖະກິດ​ໂລກ​ຍັງຄົງປະ​ເຊີນ​ກັບບັນຫາ​ຕ່າງໆ​, ຂະນະ​ທີ່​ຜູ້ນຳ G20 ຈະ​ປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆ ​ໃນ​ໄລຍະ​ກອງ​ປະຊຸມ​ສຸດຍອດ ​ເປັນຕົ້ນກຳຈັດ​ສິ່ງ​ກີດຂວາງ​ການ​ພັດທະນາ​ເສດຖະກິດ​ໂລກ ​ເພື່ອ​ຫາວິທີ​ຮັບ​ມື​ກັບ​ບັນຫາ​ເຫຼົ່ານີ້.

ທ່ານ​ປູ​ຕິນ ຍັງ​ໄດ້​ຢືນຢັນ​ສະພາບ​ການ​ພັດທະນາ​ການ​ຄ້າ​ລະຫວ່າງຣັດ​ເຊຍ-​ເຢຍລະມັນ​ວ່າ: ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເລີ່​ມຟື້ນ​ຕົວ​ຂຶ້ນ​ໃນຕົ້ນປີ​ນີ້ ​ເຊິ່ງຈະ​ເຮັດ​ໃຫ້ການພົວພັນ​ດ້ານ​ເສດຖະກິດການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ມີ​ອະນາຄົດ​ອັນ​ສົດ​ໃສ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ