ອາ​ເມ​ລິ​ກາ​ຄວນ​​ອົດ​ກັ້ນ ​ແລະ ມີ​ສະຕິ​ໃນ​ການ​ໃຊ້​ມາດ​ຕະການ​ປົກ​ປ້ອງ​ການ​ຄ້າ
2017-05-04 16:18:19  cri 

​ວັນ​ທີ 2 ພຶດສະພາ​ນີ້​ຕາມ​ເວລາ​ພາກ​ຕາ​ເວັນ​ອອກ​ອາ​ເມ​ລິ​ກາ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​​ຕົກລົງກວດກາ​ການຕ້ານ​ການ​ຂາຍ​ທຸ້ມ​ເທຕະຫຼາດ​ແລະ​ການ​ອຸດ​ໜູນ​​ລາຄາ​​ຜະລິດ​ຕະພັນກ່ອງ​ເຄື່ອງມື​ທີ່​ນຳ​ເຂົ້າຈາກ​ຈີນ.

ທ່ານ​ຫວາງ​ເຮີ້​ຈຸ່ນ ຫົວໜ້າ​ກົມ​ກວດກາ​ການ​ອຸດ​ໜູນ​ການ​ຄ້າ ກະຊວງ​ການ​ຄ້າ​ຈີນ ຖະ​ແຫຼງ​ໃນ​ວັນ​ທີ 3 ພຶດສະພາ​ນີ້​ວ່າ: ​ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ກວດກາ​ການ​ອຸດ​ໜູນການ​ຄ້າ​ຕໍ່​ຜະລິດ​ຕະພັນ​ນຳ​ເຂົ້າມາ​ໂດຍ​ຕະຫຼອດ ​ແລະ​ໃຊ້​ມາດ​ຕະການ​ຜິດ​ລະບຽບ​ການ​ຂອງອົງການ​ການ​ຄ້າ​ໂລກ ​ແລະ ຕັດສິນ​​ເພີ່ມ​ອັດຕາ​ພາສີສູງ​ຂຶ້ນຫຼາຍ ສົ່ງ​ຜົນ​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ເຝົ້າລະວັງ​ຢ່າງ​ຈິງ​ຈັງ. ການ​ທີ່​ໃຊ້​ມາດ​ຕະການ​ປົກ​ປ້ອງ​ການ​ຄ້າ​ເກີນ​ຄວາມ​ຈຳ​ເປັນ ຈະ​ເປັນ​ການ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ປະກອບ​ການ​​ນຳ​ເຂົ້າ ​ແລະ ຜູ້​ບໍລິ​ໂພ​ກຊາວອາ​ເມ​ລິ​ກາ​ເອງ. ອີກ​ດ້ານ​ໜຶ່ງ, ການ​ຈຳກັດການ​ນຳ​ເຂົ້າກໍ​ຈະ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ປະກອບ​ການ​ນຳ​ເຂົ້າ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ອາ​ເມ​ລິ​ກາ​​ ພ້ອມ​ທັງ​ກະທົບ​ຕໍ່​ການ​ປະກອບ​ອາຊີບ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກອາ​ເມ​ລິ​ກາ​ເອງເຊັ່ນ​ກັນ. ຈາກ​ນີ້ ຈຶ່ງຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​​ອົດ​ກັ້ນ ​ແລະ ມີ​ສະຕິ​ໃນ​ການ​​ໃຊ້​ມາດ​ຕະການປົກ​ປ້ອງ​ການ​ຄ້າ.

ທ່ານ​ຫວາງ​ເຮີ້​ຈຸ່ນ ​ເນັ້ນວ່າ: ສອງ​ຝ່າຍ​ຄວນ​​ອົດ​ກັ້ນ ​ແລະ ມີ​ສະຕິ​ໃນ​ການ​ໃຊ້​ມາດ​ຕະການ​ປົກ​ປ້ອງ​ການ​ຄ້າ ​ແລະ ຊຸກຍູ້​ການ​​ແລກປ່ຽນລະຫວ່າງ​ຂະ​ແໜງ​ການ ​​ເພື່ອແກ້​ໄຂ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ໃຫ້​ເໝາະ​ສົມ​ໂດຍຜ່ານ​ການປຶກສາ​ຫາລື​ກັນ ​ແລະ​ສ້າງ​ແບບຢ່າງ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ເສດຖະກິດ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ