ປີ​ໜ້າ​ມາ​ເລ​ເຊຍ​ຈະ​​ເພີ່ມ​ອີກ 26 ​ເສັ້ນທາງ​ການບິນ
2017-05-04 16:22:54  cri 

ບໍລິສັດ​ການບິນ​ມາ​ເລ​ເຊຍ​ເປີດ​ເຜີຍ​ຢູ່​ນະຄອນຫຼວງກົວ​ລາ​ລຳ​ເປີ​ວ່າ: ປີ​ນີ້​ບໍລິສັດ​ຕົນ​​ໄດ້ເປີດ​ບໍລິການເສັ້ນທາງ​ການບິນ​ໃໝ່ອີກ 11 ​ເສັ້ນ ​ເຊິ່ງ​ເປັນ​ການ​ສ້າງ​ສະຖິຕິ​ໃໝ່​ໃນ​ປະຫວັດສາດ, ຂະນະ​ທີ່​ປີໜ້າຈະ​ເພີ່ມ​ອີກ 26 ​ເສັ້ນ.

​ໃນ 9 ​ເດືອນ​ຜ່ານ​ມາ, ອັດຕາ​ຜູ້​ໂດຍສານຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍເພີ່ມ​ຂຶ້ນ 15%, ຂະນະ​ທີ່​ໃນ 12 ​ເດືອນ​ຜ່ານ​ມາ ​ໄດ້​ບັນລຸ​ເຖິງ 90% ​ເຊິ່ງເປັນອັດຕາ​ສ່ວນ​ສູງ​ສຸດ​ຂອງບໍລິສັດ​ການບິນຕ່າງໆ​ໃນ​ໂລກ ​ແລະ​ມີ​ຜົນ​ເຮັດ​ໃຫ້​ບໍລິສັດ​ການບິນ​ອາ​ເມ​ລິ​ກາ, ອັງກິດ ​ແລະ ສິງກະ​ໂປ​ໝົດ​ສິດ​ແຂ່ງຂັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ