ປະທານ​ປະ​ເທດ​ຈີນ​ລົມໂທລະສັບ​ກັບ​ປະທານາທິບໍດີ​ຟີ​ລິບ​ປິນ
2017-05-04 11:11:34  cri 
ວັນ​ທີ 3 ພຶດສະພາ​ນີ້, ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ລົມ​ໂທລະສັບ​ກັບ​ທ່ານ ​ໂຣດຣີ​ໂກ ດູ​ເຕີ​​ເຕ ປະທານາທິບໍດີ​ຟີ​ລິບ​ປິນ.

ທ່ານ ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນ​ວ່າ: ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຟີ​ລິບ​ປິນທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ອາຊີ​ໃຫ້​ພັດທະນາ​ໄປ​ຕາມ​ທິດ​ທີ່​ຖືກຕ້ອງ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ. ຟີ​ລິບ​ປິນ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບກັບຈີນ ​ແລະກໍ​ເປັນ​ຄູ່​ຮ່ວມມື​ທີ່​ສຳຄັນ​​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​​ທ່ານ​ປະທານາທິບໍດີທີ່ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢູ່​ຈີນ, ພ້ອມ​ທັງ​ຈະ​ໄດ້​ພົບ​ປະ​ກັບ​ທ່ານ​ອີກ​ຄັ້ງ​ໃໝ່.

ທ່ານ ດູ​ເຕີ​ແຕ ກ່າວ​ວ່າ: ຟີ​ລິບ​ປິນຍິນ​ດີ​ຮ່ວມ​ກັບ​ຈີນ​ສຸມ​ທຸກຄວາມ​ພະຍາຍາມ ​ເພື່ອ​ປົກ​ປັກ​ຮັກສາ​​ແລະ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ພ້ອມ​ທັງ​ກ້າວ​ໄປ​ສູ່ການ​ພັດທະນາ. ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ,ຟີ​ລິບ​ປິນຍິນ​ດີ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ​ໃຫ້​ໄດ້​ຮັບ​ການ​ພັດທະນາ​​​ດີກ​ວ່າ​ເກົ່າ, ຮັດ​ແໜ້ນ​ການ​ຕິດ​ຕໍ່​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.ຂ້າພະ​ເຈົ້າ​ພ້ອມ​ສະ​ເໝີ​ໃນ​ການ​ເດີນທາງ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຢູ່​ຈີນ.

ນອກ​ນີ້,ປະມຸກ​ລັດ​ຂອງ​ສອງ​ປະ​ເທດ​ຍັງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ແຫຼມ​ເກົາຫຼີ​ໃນ​ປັດຈຸບັນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ