ເອກ​ອັກຄະ​ລັດຖະທູດ​ເນ​ປານ​ປະຈຳ​ຈີນ​ຢ້ຽມຢາມ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ
2017-05-04 16:20:24  cri 


ຕາມ​ຂ່າວCRI: ວັນ​ທີ 3 ພຶດສະພາ​ນີ້, ທ່ານ ລີລາ ມາ​ນີ ບາ​ວຢານ ​ເອກ​ອັກ​ຄະ​ລັດຖະທູດ​ເນ​ປານ​ປະຈຳ​ຈີນ​ໄດ້​ເດີນທາງ​​ຢ້ຽມຢາມ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ​ແລະ​ໃນ​ໂອກາດ​ດັ່ງກ່າວ​ກໍ​ໄດ້​ສົນທະນາ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ກັບ​ທ່ານ ຫຼີຜິ​ງ ຮອງ​ບັນນາທິການໃຫຍ່​​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຈີນ​ຫຼື CRI ພ້ອມ​ທັງ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວພະ​ແນ​ກພາສາ​ເນ​ປານ.


ທ່ານ ບາ​ວຢານ ກ່າວ​ວ່າ: ​​ໃນ​ກາງ​ເດືອນນີ້, ຮອງ​ນາຍົກລັດຖະມົນຕີ​ແລະ​ລັດຖະມົນຕີ​ກະຊວງ​ເສດຖະກິດ​ເນ​ປານ​ຈະ​ນຳພາ​ຄະນະ​ຜູ້​ແທນ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​​ເວທີ​ປຶກສາ​ຫາລືການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ພ້ອມ​ທັງ​ຈະ​ເຊັນ​ສັນຍາ​ໂຄງການ​ຮ່ວມ​ມື​ຕ່າງໆ. ສຳລັບຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ທີ່​ແທ້​ຈິງ​ໃຫ້​ແກ່​ເນ​ປານໃນ​​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ,ການ​ພັດທະນາ​ພະລັງງານ,ກະສິກຳ,ຂະ​ແໜງ​ການທ່ອງທ່ຽວ​ແລະ​ຂົງ​ເຂດອື່ນໆ ​ເຊິ່ງຈະ​ເຮັດ​ໃຫ້​ເນ​ປານ​​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຫຼວງ​ຫຼາຍ. ຈາກ​ນີ້​ຈຶ່ງ​ຂໍ​ອວຍພອນ​ໃຫ້ກອງ​ປະຊຸມສຸດ​ຍອດ​ເວທີ​ປຶກສາ​ຫາລືການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ