ປີ 2016 ຈີນ​ເພີ່ມ​ການ​ລົງທຶນ​​ໃສ່ການ​ສຶກສາ​ກວ່າ 3 ພັນ​ຕື້​ຢວນ
2017-05-04 16:49:11  cri 
ກະຊວງ​ສຶກສາ​ທິການ​ຈີນລາຍງານ​ຜົນ​ການ​ສະໜອງທຶນ​ການ​ສຶກສາ​ປະຈຳ​ປີ 2016 ​ໃນ​ວັນ​ທີ 3 ພຶດສະພາ​ນີ້​, ​ຕະຫຼອດ​ປີ 2016ຈີນ​ໄດ້​ລົງທຶນພັດທະນາການ​ສຶກສາ, ​ເຖິງ 3886 ຕື້ 600 ລ້ານ​ຢວນ​ເຊິ່ງ​ເພີ່ມ​ຂຶ້ນ 7,57% ​ເມື່ອ​ທຽບ​ໃສ່​ປີ 2015.

ທັງ​ນີ້​ໃນ​ປີ 2016, ​ໄດ້​ລົງທຶນ​ໃສ່​ຊັ້ນ​ອະນຸບານເພີ່ມ​ຂຶ້ນ 15,48%, ຊັ້ນ​ປະຖົມ​ແລະ​ມັດທະຍົມ​ຕົ້ນເພີ່ມ​ຂຶ້ນ 9,76%, ຊັ້ນ​ມັດທະຍົມ​​ປາຍເພີ່ມ​ຂຶ້ນ 6,75%, ​ແລະຊັ້ນ​ສູງ​ເພີ່ມ​ຂຶ້ນ 6,22% ​ເມື່ອ​ທຽບ​ໃສ່​ປີ 2015.

​ແນວ​ໃດ​ກໍ​ດີ, ກະຊວງ​ສຶກສາ​ທິການ​ຈີນ​ຍັງ​ຈະ​ເຜີຍ​​ແຜ່​ສະຖິຕິຫຼັງ​ສຸດ​ໃນ​ພາຍ​ຫຼັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ