ຈີນ​ເນັ້ນບັນຫາ​ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ
2017-05-04 17:00:41  cri 
ຕາມ​ຂ່າວ CRI: ​ໃນ​ວັນ​ທີ 4 ພຶດສະພາ​ນີ້, ທ່ານ​ເຣັກສ໌ ທິ​ເລີ​ຊັນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຈະ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຢ່າງບໍ່​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ​, ​ເຊິ່ງຄາດ​ວ່າ​ຈະ​ເວົ້າ​ເຖິງ​ບັນຫາ​ທະ​ເລ​ຈີນ​ໃຕ້ມາ​ຫາລື.

​ຕໍ່​ເຫດການ​ດັ່ງກ່າວ, ທ່ານ​ເກິ​ງສວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້ຕອບ​ຄຳ​ຖາມ​ນັກ​ຂ່າວ​ໃນ​ໂອກາດ​ຖະ​ແຫຼ​ງຂ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 3 ພຶດສະພາ​ນີ້​ວ່າ, ບັນຫາ​ທະ​ເລ​ຈີນ​ໃຕ້​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບບາງປະ​ເທດ​ໃນ​ອາ​ຊຽນ​ເທົ່າ​ນັ້ນ, ຫາກບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ອາຊຽນ, ​ແລະກໍ​ບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​ທັງ​ບໍ່​ແມ່ນ​ບັນຫາ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ອາ​ຊຽນອີກ​ດ້ວຍ. ​​ແນວ​ໃດ​ກໍ​ດີ​ຈາກຄວາມ​ພະຍາຍາມ​ຮ່ວມ​ລະຫວ່າງ​ຈີນ​ແລະອາ​ຊຽນຫວ່າງ​ມໍ່ໆ​ມາ​ນີ້, ສະຖານະ​ການ​ທະ​ເລ​ຈີນ​​ໃຕ້​ໄດ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລະ​ກໍ​ເປັນສະຖານະ​ການທີ່​ຕ້ອງ​ໄດ້ຮັກສາ​ແລະ​ຮ່ວມ​ກັນຖະ​ໜຸຖະໜອມຈາກ​ຝ່າຍ​ຕ່າງໆ. ຂະນະ​ດຽວ​ກັນຈີນ​ກໍ​ຫວັງ​ວ່າ​ປະ​ເທດ​ຢູ່​ນອກ​ພາກ​ພື້ນ​ຄວນເຄົາລົບ​​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​​ໃນ​ທະ​ເລ​ຈີນ​ໃຕ້ຂອງ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ