ຈີນມອບເຄື່ອງອຸປະກອນຊ່ວຍເຫລືອລ້າສໍາລັບການປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຝູງໄມ້ປ່ອງໃຫ້ແກ່ລາວ ງວດທີ່ 2.
2017-05-04 17:05:40  cri 

 

 ພິທີມອບ—ຮັບເຄື່ອງອຸປະກອນຊ່ວຍເຫລືອລ້າສໍາລັບການປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຝູງໄມ້ປ່ອງ
ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ໄດ້ຈັດຂຶ້ນຢູ່ກະຊວງກະສິກໍາ ແລະ ປ່າໄມ້ ກົມປູກຝັງ ສູນປ້ອງ
ກັນພືດ ໃນວັນທີ 4 ພຶດສະພານີ້, ໂດຍທ່ານ ຫວັງສີ ໂຫ່ຍ ທູດເສດຖະກິດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ
ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ໄດ້ຕາງໜ້າສອງຝ່າຍລົງນາມໃນເອກະສານມອບ-ຮັບ ເປັນກຽດເຂົ້າຮ່ວມທ່ານ ລຽນ
ກິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ເພື່ອຊ່ວຍເຫລືອລັດຖະບານລາວປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນທີ່ເກີດຂຶ້ນຢູ່ພາກເໜືອຂອງລາວ
ນັບແຕ່ປີ 2015 ເປັນຕົ້ນມາ ປະຊາຊົນລາວໃນ 5 ແຂວງພາກເໜືອເຊັ່ນ: ແຂວງຜົ້ງສາລີ, ຫຼວງພະບາງ, ຫົວພັນ, ອຸດົມໄຊ
ແລະ ຊຽງຂວາງ ເຊິ່ງໄດ້ປະເຊີນກັບໄພພິບັດ ການລະບາດຂອງຕັກແຕນຝູງໄມ້ປ່ອງ ອັນໄດ້ສ້າງຜົນກະທົບ ຕໍ່ການຜະລິດພື
ດສະບຽງອາຫານ ແລະ ພືດເປັນສິນຄ້າ ໃນເຂດດັ່ງກ່າວ ໂດຍສະເພາະແມ່ນ ເຂົ້າ, ສາລີ, ໝາກເດືອຍ, ຫຍ້າອາຫານສັດ
ເຫຼົ່ານີ້ເປັນຕົ້ນ. ຕະຫຼອດໄລຍະການປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຝູງ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ
ກົມປູດຝັງ ໄດ້ເປັນເຈົ້າການ ໃນການຈັດສົ່ງວັດຖຸອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼື່ອຈາກ ລັດຖະບານ ສປ ຈີນ ໃຫ້ແກ່ແຂວງ
ທີ່ມີການລະບາດຂອງສັດຕູພືດດັ່ງກ່າວ ເພື່ອນໍາໃຊ້ຢ່າງທັນການ ເປັນຕົ້ນແມ່ນເຄື່ອງຈັກສີດພົນ, ຢ່າປາບສັດຕູພືດ ແລະ ຊຸດ
ປ້ອງກັນ. ໃນເວລາດຽວກັນນັ້ນກໍ່ຍັງໄດ້ຮັບການສະໜັບສະໜູນ-ຊ່ວຍເຫຼືອ ດ້ານວິຊາການຢ່າງໃກ້ຊິດ ຈາກນັກວິຊາການປ້ອງກັນ
ພືດ ແຂວງຢູນນານ ຊຶ່ງລວມມີການເຝິກອົບຮົມວິຊາການ, ການຕິດຕາມເຝົ້າລະວັງຮ່ວມກັນ ແລະ ການສະໜອງວັດຖຸອຸປະກອນ
ສີດພົ່ນຕ່າງໆ.


   ສໍາລັບວັດຖຸອຸປະກອນ ແລະ ພາຫະນະຕ່າງໆໃນການຊ່ວຍເຫຼືອ ງວດທີ່ 2 ນີ້ ລວມມີພາຫະນະ 21 ຄັນ,
ອຸປະກອນສີດພົ່ນຢາປາບສັດຕູພືດ 1,100 ເຄື່ອງ, ຊຸດປ້ອງກັນ 1,000 ຊຸດ ແລະ ເຄື່ອງມືຮັບໃຊ້ການສຳຫຼວດ ທາງສູນ
ປ້ອງກັນພືດ ກໍຄືກົມປູກຝັງ ຈະໄດ້ຮີບຮ້ອນດຳເນີນການຈັດສົ່ງໄປພື້ນທີ່ກຳລັງລະບາດ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ
ແລະ ຄວບຄຸມການລະບາດຂອງຕັກແຕນ ເພາະໃນປັດຈຸບັນແມ່ນໄລຍະທີ່ໄຂ່ຕັກແຕນເປັນໂຕອ່ອນ ແລະ ເປັນເວລາທີ່ເໝາະ
ສົມ ໃນການສີດພົ່ນຢາປາບສັດຕູພືດ ທີ່ມີປະສິດທິພາບທີ່ສຸດ ເຊິ່ງອີງຕາມການປະເມີນທາງດ້ານວິຊາການ ຫຼື ປະສົບການ
ຂອງ ສປ ຈີນ, ຈະຕ້ອງດຳເນີນ ການປ້ອງກັນ-ຄວບຄຸມປະຊາກອນຕັກແຕນຝູງໄມ້ປ່ອງໄປຕື່ມອີກປະມານ 2-3 ປີ ຈຶ່ງຈະສາ
ມາດປ້ອງກັນໃຫ້ຢູ່ໃນເກນປົກກະຕິໃນທໍາມະຊາດ.

  ນອກຈາກ ການລະບາດຂອງຕັກແຕນຝູງແລ້ວ ກໍ່ຍັງປະເຊີນກັບສິ່ງທ້າທາຍອື່ນໆເຊັ່ນ: ການປ່ຽນແປງຂອງສະພາບ
ດິນຟ້າອາກາດ ແລະ ປັດໃຈອື່ນໆ ທີ່ພາໃຫ້ເກີດມີການແຜ່ລະບາດຂອງສັດຕູພືດບາງຊະນິດ ໃນເຂດພາກເໜືອເຊັ່ນ: ສັດຕູ
ພືດທຳລາຍຕົ້ນກ້ວຍ ທີ່ກຳລັງລະບາດຢ່າງຮ້າຍແຮງ ເຊິ່ງກໍ່ໄດ້ມີການເອົາໃຈໃສ່ໃນການເຝົ້າລະວັງ ແລະ ຫາວິທີການແກ້ໄຂ
ໃຫ້ທັນການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ