ເງິນ​ສົດ​​ຈີນ​ງວດ​ທຳ​ອິດ​ເຂົ້າ​ສູ່​ກຳ​ປູ​ເຈຍ
2017-05-04 16:18:18  cri 
    ຫວ່າງມໍ່ໆ​ມານີ້, ເງິນ​ສົດຈຳ​ນວນ 10 ລ້ານ 7 ແສນຢວນ​ຂອງ​ທະ​ນາ​ຄານ​ຈີນ​ສາ​ຂາ​ພະ​ນົມ​ເປັນ​ໄດ້​ຂົນ​ສົ່ງ​ຈາກ​ຊຽມ​ລຽບ​​ເຖິງ​ຮົງ​ກົງ​ຈີນ​ແລະ​ຝາກໄວ້​ໃນ​ບັນ​ຊີ​ທະ​ນາ​ຄານ​ຈີນ​ຢູ່​ຮົງ​ກົງ​ແລ້ວ ແລະ​ນີ້​ເປັນ​ການ​ສະ​ແກດງ​ໃຫ້​ເຫັນວ່າ, ເງິນຢວນ​ຈີນ​ທີ່ຫັນ​ເປັນ​ສາ​ກົນ​ນັ້ນ ໄດ້​​ມີ​ຄວາມ​ຄືບ​ໜ້າ​ຕື່ມ​ອີກ​ຢູ່​ກຳ​ປູ​ເຈຍ. ​ຜົນ​ສຳ​ເລັດ​ຂອງການ​ຊຳ​ລະ​ເງິນ​ຄັ້ງ​ນີ້ ມີ​ຜົນ​ດີ​ຕໍ່​ການຈໍ​ລະ​ຈອນເງິນ​ສົດ​ຈີນ​ຢູ່​ກຳ​ປູ​ເຈຍ ແລະ​ຍົກ​ສູງ​ອິດ​ທິ​ພົນ​ຂອງ​ທະ​ນາ​ຄານ​ຈີນ​ທີ່​ເປັນ​ທະ​ນາ​ຄານ​ຊຳ​ລະ​ເງິນຢວນ​ຈີນ​ຢູ່​ປະ​ເທດ​ດັ່ງ​ກ່າວ.

    ປັດ​ຈຸ​ບັນ, ກຳ​ປູ​ເຈຍ ​ເປັນ​ປະ​ເທດ​ທີ່​ມີສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ເງິນຢວນ​ຈີນ ກໍ​ຄ່ອຍໆ​ກາຍ​ເປັນ​ເງິນ​ຕາ​ສະ​ກຸນ​ໃຫຍ່​ທີ​ສາມ​ ຖັດ​ຈາກ​ໂດ​ລາ​ສະ​ຫະ​ລັດ ແລະ​ເງິນ​ກຳ​ປູ​ເຈຍ ໃນ​ຕະຫຼາດ​ກຳ​ປູ​ເຈຍ. ທ່ານ ເຊີນ​ຊາງ​ຈ່ຽງ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ຈີນ​ສາ​ຂາ​ພະ​ນົມ​ເປັນ ໃຫ້​ຮູ້​ວ່າ, ທະ​ນາ​ຄານ​ກາງ​ກຳ​ປູ​ເຈຍ ໄດ້​​ເອົາ​ເງິນຢວນ​ຈີນ​ເຂົ້າ​ສູ່​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ, ຈາກນັ້ນ ຈະ​ທົດ​ລອງດຳ​ເນີນ​ທຸ​ລະ​ຝາກ​ແລະ​ຖອນ​ເງິນ​ສົດ​​ຈີນ​ຢູ່​ທະ​ນາ​ຄານ​ກາງ​ສາ​ຂາ​ແຂວງ​ຊຽມ​ລຽບ ແລະ​ຂະ​ຫຍາຍ​ໄປ​ສູ່​ທະ​ນາ​ຄານ​ທຸ​ລະ​ກິດ​​ຕ່າງໆໃນ​ປະ​ເທດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ